Sbs Lao - Sbs

ຊຸມຊົນລາວໃນອອສເຕຼເລັຍສນັບສນູນການຕໍ່ສູ້ເອົາປະຊາທິປະຕັຍເພື່ອປະເທດພະມ້າ

Informações:

Sinopsis

ກອງທັບພະມ້າຢຶດອຳນາດການປົກຄອງປະເທດພະມາໃນວັນທີ 1 ກຸມພາ 2021 ສຳເຣັດແລະໃຊ້ອຳນາດປາຍປຶນກຳຫັ່ດແໜ້ນທຸກສິ່ງທຸກຢ່າງໃນເຂດນ້ຳແດນດິນ ພະມ້າໂດຍບໍ່ຍອມມອບອຳນາດການປົກຄອງທີ່ປະຊາົຊພະມ້າຕ້ອງການຄືນໃຫ້ພົນລະ ເມືອງພະມ້າ... ນີ້ພາໃຫ້ປະຊາຊົນພະມ້າໃນປະເທດພະມ້າແລະໃນຕ່າງປະເທດຕໍ່ຕ້ານກອງກັບພະມ້າ ແລະປະທ້ວງຂຶ້ນຢ່າງມາກມາຍໄປໃນທຸກຫົນແຫ່ງ... ໃນອອສເຕຼເລັຍກມີການປະທ້ວງນັ້ນທີ່ຊຸມຊົນລາວພາກັນໄປເຂົ້າຮ່ວມແລະສນັບສນູນ ດັ່ງການສຳພາດທ່ານ ເດດ ສີແສງຫຼົດ ປະທານ ອົງການໂຮມລາວເພ່ືອສັນຕິພາບປະຊາ ທິປະຕັຍ ສາຂາອອສເຕຼເລັຍທີ່ທ່ານຄວນສຶກສາເບິ່ງໃນຂັ້ນຕໍ່ໄປນີ້.