Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 70:20:12
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ຄຳພິພາກສາ ຕໍ່ການຕົກ ຂອງຖ້ຽວບິນ MH17

    17/07/2025 Duración: 09min

    ສານສິດທິມະນຸດຢູໂຣບ ໄດ້ມີຄຳພິພາກສາ ຄັ້ງປວັດສາດ ວ່າຣັສເຊັຍ ມີສ່ວນຮັບຜິດຊອບ ຕໍ່ການຕົກ ຂອງຖ້ຽວບິນ MH17 ຂອງ Malaysia Airlines ໃນປີ 2014. ຄຳພິພາກສາ ແມ່ນຕອບສນອງ ຕໍ່ສີ່ຄະດີຂອງ Ukraine ແລະ Netherlands ທີ່ຟ້ອງຣັສເຊັຍ ນັບຕັ້ງແຕ່ການເລີ່ມຕົ້ນ ຂອງການຂັດແຍ້ງໃນປີ 2014. ຄນະຜູ້ພິພາກສາ 17 ຄົນ ພົບວ່າ ນັບແຕ່ປີ 2014, ຣັສເຊັຍ ໄດ້ລະເມີດອະນຸສັນຍາສິດທິມະນຸດຢູໂຣບ ຢ່າງຊັດແຈ້ງ ແລະຢ່າງບໍ່ເຄີຍມີມາກ່ອນ.

  • ການສັ່ງຫ້າມການໃຊ້ສື່ສານມວນຊົນຂອງໄວລຸ້ນ

    17/07/2025 Duración: 08min

    ເມື່ອການສັ່ງຫ້າມ ການໃຊ້ສື່ສານມວນຊົນ ຂອງໄວລຸ້ນ ຈະມີຜົນບັງຄັບໃຊ້ໃນທ້າຍປີນີ້, ອອສເຕຣເລັຍ ຈະເປັນປະເທດທໍາອິດ ທີ່ພະຍາຍາມບັງຄັບໃຊ້ ອາຍຸຂັ້ນຕ່ຳທີ່ສຸດ ສໍາລັບສື່ສານມວນຊົນ. ໃນຂນະທີ່ຫຼາຍປະເທດກໍກຳລັງພິຈາຣເນາຈະນຳໃຊ້ກົດໝາຍທີ່ຄ້າຍຄືກັນນີ້.

  • ສັບປະດາ NAIDOC

    17/07/2025 Duración: 08min

    ສັບປະດາ NAIDOC ປີນີ້ ເປັນວັນຄົບຮອບ 50 ປີຂອງການໃຫ້ກຽດ ແກ່ສຽງ ແລະວັດທະນະທັມ ຂອງ First Nations ແລະ Michael Long ນັກເຄື່ອນໄຫວຜູ້້ບຸກເບີກ ແລະນັກກິລາ AFL ໄດ້ຖືກເລືອກ ໃຫ້ເປັນຜູ້ຊນະລາງວັນ Lifetime Achievement ຂອງ NAIDOC ໃນປີນີ້. Poster ກໍແມ່ນ ພາບສະທ້ອນທີ່ງົດງາມ ຂອງຫົວຂໍ້ຂອງສັບປະດາ NAIDOC ໃນປີນີ້: 'The Next Generation: Strength, Vision & Legacy'.

  • How is alcohol regulated and consumed in Australia? - ເຄື່ອງດື່ມປະເພດເຫຼົ້າ ມີການຄວບຄຸມ ແລະບໍຣິໂພກແນວໃດ ໃນອອສເຕຣເລັຍ?

    17/07/2025 Duración: 13min

    In Australia, alcohol is often portrayed as part of social life—especially at BBQs, sporting events, and public holidays. Customs like BYO, where you bring your own drinks to gatherings, and 'shouting' rounds at the pub are part of the culture. However, because of the health risks associated with alcohol, there are regulations in place. It’s also important to understand the laws around the legal drinking age, where you can buy or consume alcohol, and how these rules vary across states and territories. - ໃນອອສເຕຣເລັຍ ເຫຼົ້າມັກຖືກເບິ່ງວ່າ ເປັນສ່ວນຫນຶ່ງຂອງຊີວິດທາງສັງຄົມ ໂດຍສະເພາະ ໃນງານ BBQ, ການແຂ່ງຂັນກິລາ ແລະວັນພັກສາທາຣະນະ. ທໍານຽມເຊັ່ນ BYO, ບ່ອນທີ່ທ່ານເອົາເຄື່ອງດື່ມຂອງຕົນເອງ ໄປຮ່ວມງານລ້ຽງ, ແລະການ 'ລ້ຽງ' ຫຼື 'Shouting' ຢູ່ໃນ Pub ເປັນສ່ວນຫນຶ່ງຂອງວັດທະນະທັມ. ເຖິງຢ່າງໃດກໍຕາມ, ເພາະການສ່ຽງຕໍ່ສຸຂະພາບ ທີ່ກ່ຽວພັນກັບເຄື່ອງມຶນເມົາ, ຈຶ່ງມີຂໍ້ບັງຄັບ. ມັນກໍສໍາຄັນທີ່ຈະເຂົ້າໃຈກົດຫມາຍ ກ່ຽວກັບອາຍຸຂອງການດື່ມເຄື່ອງມຶນເມົາ ທີ່ຖືກຕ້ອງຕາມກົດຫມາຍ, ບ່ອນທີ່ທ່ານສາມາດຊື້ ຫລືດື່ມເຄື່ອງມຶນເມົາ, ແລະວິທີທີ່ກົດເຫລົ່ານີ້ ແຕກຕ່າງກັນ ລະຫວ່າງຣັດ ແລ

  • ການຢ້ຽມຢາມອອສເຕຣເລັຍ ຂອງນາຍົກຣັຖມົນຕີ Fiji

    09/07/2025 Duración: 07min

    ໃນຄໍາປາໄສທີ່ສໍາຄັນ ທີ່ National Press Club ໃນ Canberra Sitiveni Rabuka ນາຍົກຣັຖມົນຕີ Fiji ໄດ້ສເນີໃຫ້ອອສເຕຣເລັຍ ລົງນາມໃນສົນທິສັນຍາ ຢ່າງເປັນທາງການ ກັບ Fiji ເພື່ອເປັນວິທີ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມສໍາພັນທາງການທູດ ແລະໄດ້ປະຕິເສດ ການເປັນເຈົ້າພາບ ແກ່ຖານທັບທະຫານຂອງຈີນ ໃນຂນະທີ່ການແຂ່ງຂັນ ດ້ານການເປັນຜູ້ນຳທາງທະຫານ ໃນເຂດປາຊີຟິກ ກຳລັງດຳເນີນຢູ່.

  • ການສືບຕໍາແຫນ່ງຂອງ Dalai Lama

    09/07/2025 Duración: 10min

    Dalai Lama ອົງປັດຈຸບັນ ອາຍຸກໍໃກ້ຈະຮອດ 90 ປີແລ້ວ. ຕອນນີ້ ມີການວາງແຜນທີ່ຈະຊອກຫາຜູ້ສືບຕໍ່ຕຳແໜ່ງ ຊຶງມີຄວາມສຳຄັນ ທັງທາງດ້ານການເມືອງ, ສາສນາ ແລະ ທັງເປັນສັນຍາລັກຂອງການຕໍ່ຕ້ານຈີນນຳອີກ....ແຕ່ Beijing ຢືນຢັນວ່າ ການກັບຊາດມາເກີດໃຫມ່ ທາງສາສນາ ຕ້ອງເປັນໄປຕາມກົດຫມາຍຂອງຈີນ. ຜູ້ຊ່ຽວຊານມີຄວາມເປັນຫ່ວງກ່ຽວກັນການທີ່ອາດຈະມີ Dalai Lama ສອງອົງ.

  • ອອສເຕຣເລັຍ ຈະບໍ່ເພີ່ມງົບປະມານ ດ້ານທະຫານ.

    09/07/2025 Duración: 08min

    ເຖິງແມ່ນວ່າ ກຸ່ມປະເທດ NATO ໄດ້ຕົກລົງ ຕາມຄໍາຂໍຮ້ອງ ຂອງສະຫະຣັດອາເມຣິກາ ທີ່ຈະເພີ່ມການໃຊ້ຈ່າຍ ເລື່ອງການທະຫານ. ແຕ່ອອສເຕຣເລັຍ ຢືນຢູ່ຢ່າງຫມັ້ນຄົງ ທີ່ຈະບໍ່ຍົກລະດັບການໃຊ້ຈ່າຍດ້ານທະຫານ ໃນລະດັບ ທີ່ຣັຖບານສະຫະຣັດອາເມຣິກາຮຽກຮ້ອງ, ແຕ່ອອສເຕຣເລັຍຈະໃຫ້ຄວາມຊ່ອຍເຫຼືອແກ່ Ukraine ໃນດ້ານອື່ນ.

  • This slur was used to abuse Concetta's father. For her, it's a proud identity - ຄໍາເວົ້າຫຍາບນີ້ ຖືກໃຊ້ເພື່ອທໍາຮ້າຍພໍ່ຂອງ Concetta. ສໍາລັບນາງ, ມັນເປັນເອກະລັກ ທີ່ໜ້າພາກພູມໃຈ.

    09/07/2025 Duración: 10min

    The term was used as an insult towards Greek and Italian migrants who arrived after the Second World War. But the generations that follow have reclaimed 'wog', redefining their cultural identity. - ຄໍານີ້ ຖືກໃຊ້ເປັນຄໍາຫມິ່ນປມາດ ຕໍ່ຜູ້ອົບພະຍົບຊາວກຣີກ ແລະອີຕາລີ ທີ່ມາເຖິງ ຫລັງຈາກສົງຄາມໂລກຄັ້ງທີສອງ. ແຕ່ຄົນລຸ້ນຕໍ່ໄປ ໄດ້ຮັບເອົາຄຳວ່າ 'wog' ຄືນມາ, ປ່ຽນແປງເອກະລັກໃໝ່ ທາງວັດທະນະທັມ ຂອງເຂົາເຈົ້າ.

  • ການຢ້ຽມຢາມອອສເຕຣເລັຍ ຂອງນາຍົກຣັຖມົນຕີ Fiji

    03/07/2025 Duración: 07min

    ໃນຄໍາປາໄສທີ່ສໍາຄັນ ທີ່ National Press Club ໃນ Canberra Sitiveni Rabuka ນາຍົກຣັຖມົນຕີ Fiji ໄດ້ສເນີໃຫ້ອອສເຕຣເລັຍ ລົງນາມໃນສົນທິສັນຍາ ຢ່າງເປັນທາງການ ກັບ Fiji ເພື່ອເປັນວິທີ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມສໍາພັນທາງການທູດ ແລະໄດ້ປະຕິເສດ ການເປັນເຈົ້າພາບ ແກ່ຖານທັບທະຫານຂອງຈີນ ໃນຂນະທີ່ການແຂ່ງຂັນ ດ້ານການເປັນຜູ້ນຳທາງທະຫານ ໃນເຂດປາຊີຟິກ ກຳລັງດຳເນີນຢູ່.

  • ປະຊຸມສຸດຍອດຂອງ NATO ທີ່ The Hague.

    02/07/2025 Duración: 07min

    ກຸ່ມປະເທດ NATO ໄດ້ຕົກລົງ ທີ່ຈະເພີ່ມງົບປະມານດ້ານທະຫານ ໃນກອງປະຊຸມສຸດຍອດ ທີ່ The Hague ຈາກສອງເປີເຊັນຂອງ GDP ເປັນຫ້າເປີເຊັນ ພາຍໃນປີ 2035. ໃນຂນະທີ່ ອອສເຕຣເລັຍສັນຍາຈະເພີ່ມການຊ່ອຍເຫຼືອທາງທະຫານແກ່ Ukraine.

  • ມີການຄົ້ນພົບ Dinosaur ສາຍພັນໃຫມ່

    02/07/2025 Duración: 06min

    Enigmacursor ເປັນ Dinosaur ສາຍພັນໃຫມ່ ທີ່ກິນຫຍ້າຂນາດນ້ອຍ ແລະອາສັຍຢູ່ ເມື່ອປະມານ 150 ລ້ານປີກ່ອນ ຄຽງຂ້າງກັບສັດໃຫຍ່ ເຊັ່ນ Stegosaurus ແລະ Diplodocus, ໄດ້ຖືກເປີດເຜີຍ ຢູ່ທີ່ພິພິດທະພັນ ປວັດສາດທັມມະຊາດ (Natural History Museum) ຂອງ London.

  • How home and contents insurance works in Australia - ການປະກັນພັຍບ້ານເຮືອນ ແລະຊັບສິນ (Contents) ເຮັດວຽກແນວໃດ ໃນອອສເຕຣເລັຍ

    02/07/2025 Duración: 11min

    Home and contents insurance is a safety net many households expect to rely on during difficult times. But it’s also a financial product that even experts can find challenging to navigate. Whether you own or rent your home, understanding your level of cover, knowing what fine print to look out for, and learning how to manage rising premiums can help you make more informed choices as a consumer. - ປະກັນພັຍບ້ານເຮືອນ ແລະຊັບສິນ (Contents) ເປັນຄວາມປອດພັຍ ທີ່ຫລາຍຄອບຄົວຄາດວ່າ ຈະເພິ່ງພາ ໃນເວລາທີ່ຍາກລຳບາກ. ແຕ່ມັນຍັງເປັນຜລິດຕະພັນທາງການເງິນ ທີ່ແມ່ນແຕ່ຜູ້ຊ່ຽວຊານ ກໍສາມາດພົບວ່າ ຍາກທີ່ຈະເຂົ້າໃຈ. ບໍ່ວ່າ ທ່ານຈະເປັນເຈົ້າຂອງ ຫຼືເຊົ່າເຮືອນຂອງທ່ານ, ເຂົ້າໃຈລະດັບການຄອບຄຸມ (Cover) ຂອງທ່ານ, ຮູ້ວ່າ ຕ້ອງລະວັງຫຍັງແດ່ ແລະຮຽນຮູ້ ວິທີຈັດການກັບລາຄາທີ່ເພີ່ມຂຶ້ນ ສາມາດຊ່ວຍທ່ານ ໃຫ້ເລືອກຢ່າງມີຂໍ້ມູນຫຼາຍຂຶ້ນ ໃນຖານະຜູ້ບໍຣິໂພກ.

  • ລາຍງານກ່ຽວກັບຄ່າໄປພົບໝໍຊາຽວຊານ

    02/07/2025 Duración: 09min

    ລາຍງານຈາກສະຖາບັນ Grattan ກ່າວວ່າ ຜູ້ຊ່ຽວຊານບາງຄົນໃນພາກເອກກະຊົນ ເກັບເງິນຈາກຄົນໄຂ້ ສອງເຖິງສາມເທົ່າ ຫລາຍກວ່າອັດຕາທີ່ Medicare ກໍານົດໄວ້ ສໍາລັບການບໍຣິການເຫລົ່ານັ້ນ. ລາຍງານຍັງພົບວ່າ ຄ່າການປິ່ນປົວທີ່ສູງ ໄດ້ເຮັດໃຫ້ຊາວອອສເຕຣເລັຍ ເກືອບສອງລ້ານຄົນ ຊັກຊ້າ ຫລືບໍ່ໄປຕາມນັດຫມາຍ ກັບທ່ານຫມໍຜູ້ຊ່ຽວຊານ.

  • ຄວາມຂັດແຍ່ງລະຫວ່າງ Israel ແລະ Iran.

    26/06/2025 Duración: 08min

    ການອົບພະຍົບ ຊາວອອສເຕຣເລັຍ ອອກຈາກຕາເວັນອອກກາງ ເນື່ອງຈາກ ຄວາມຂັດແຍ່ງ ລະຫວ່າງ Israel ແລະ Iran. ແຕ່ຕອນນີ້ ການອົບພະຍົບຈາກ ຍັງບໍ່ສາມາດເຮັດໄດ້ເທື່ອ. ທັງ Israel ແລະ Iran ກໍກ່າວຫາຊຶ່ງກັນແລະກັນໃນການລະເມີດ ສັນຍາຢຸດຍິງ.

  • How does media work in Australia? - ສື່ໃນອອສເຕຣເລັຍ ເຮັດວຽກແນວໃດ?

    25/06/2025 Duración: 17min

    A free, independent and diverse press is a fundamental pillar of democracy. Australia has two taxpayer-funded networks that serve the public interest (ABC and SBS), plus a variety of commercial and community media outlets. Although publicly funded media receives money from the government, it is unlike the state-sponsored outlets found overseas. - ສື່ທີ່ເສຣີ, ເປັນອິດສຣະ ແລະມີຄວາມແຕກຕ່າງກັນ ເປັນເສົາຫຼັກຂອງລະບອບປະຊາທິປະໄຕ. ອອສເຕຣເລັຍ ມີເຄືອຂ່າຍສອງແຫ່ງ ໃຫ້ບໍຣິການ ເພື່ອຜົນປໂຍດຂອງສັງຄົມ (ABC ແລະ SBS), ພ້ອມທັງສື່ທາງການຄ້າ (Commercial Media) ແລະສື່ສານຊຸມຊົນ. ເຖິງແມ່ນວ່າ ສື່ທີ່ໄດ້ຮັບເງິນຈາກຣັຖບານ, ແຕ່ມັນບໍ່ຄືກັນ ກັບສື່ທີ່ໄດ້ຮັບການສນັບ ສນູນຈາກຣັດ ທີ່ພົບໃນຕ່າງປະເທດ.

  • ການໂຈມຕີຢູ່ໂບດ Greek Orthodox ໃນ Syria.

    25/06/2025 Duración: 07min

    ມີຜູ້ລະເບີດຂ້າຕົວຕາຍ ໄດ້ໂຈມຕີໂບດ Greek Orthodox ທີ່ເຕັມໄປດ້ວຍຄົນ ໃນເມືອງ Damascus, ເຮັດໃຫ້ຄົນເສັຍຊີວິດ ຢ່າງຫນ້ອຍ 20 ຄົນແລະໄດ້ຮັບບາດເຈັບ ຫລາຍກວ່າ 50 ຄົນ ໃນລະຫວ່າງພິທີທາງສາສນາ (Mass) ໃນວັນອາທິດ ທີ່ໂບດ Mar Elias ໃນເມືອງ Dweila, ຊຶ່ງເປັນເຂດອາສັຍຢູ່ນອກເມືອງ. ຜູ້ນຳສາສນາ ກ່າວຫາຣັຖບານໃຫມ່ຂອງ Syria ວ່າບໍ່ສາມາດປົກປ້ອງປະຊາຊົນຂອງຕົນ.

  • ຄວາມຂັດແຍ່ງລະຫວ່າງ Israel ແລະ Iran.

    25/06/2025 Duración: 08min

    ການອົບພະຍົບ ຊາວອອສເຕຣເລັຍ ອອກຈາກຕາເວັນອອກກາງ ເນື່ອງຈາກ ຄວາມຂັດແຍ່ງ ລະຫວ່າງ Israel ແລະ Iran. ແຕ່ຕອນນີ້ ການອົບພະຍົບຈາກ ຍັງບໍ່ສາມາດເຮັດໄດ້ເທື່ອ. ທັງ Israel ແລະ Iran ກໍກ່າວຫາຊຶ່ງກັນແລະກັນໃນການລະເມີດ ສັນຍາຢຸດຍິງ.

  • ຄວາມຂັດແຍ່ງລະຫວ່າງ Israel ແລະ Iran (SAT 2106 RNF)

    23/06/2025 Duración: 12min

    ຄວາມເຄັ່ງຕຶງໃນຕາເວັນອອກກາງໄດ້ເພີ່ມຄວາມຮຸນແຮງຂຶ້ນ ເມື່ອ Israel ແລະ Iran ໄດ້ເປີສາກການສູ້ຣົບຕໍ່ກັນ. ຕ່າງຝ່າຍກໍປະນາມການເຮັດໃຫ້ປະຊົນເສັຍຊີວິດ ພ້ອມທັງຄວາມເສັຍຫາຍຂອງໂຄງສ້ງພື້ນຖານ. ສະຫະປະຊາຊາດກ່າວວ່າ ການໂຈມຕີຂອງ Israel ໄດ້ຂ້າຄົນຫລາຍກວ່າ400 ຄົນ ທີ່ຕ້ອງການຄວາມຊ່ອຍເຫລືອ ໃນຫລາຍອາທິດຜ່ານມານີ້.

  • ການປະທ້ວງຕໍ່ຕ້ານ ການຄວບຄຸມການຍ້າຍຖິ່ນຖານ.

    17/06/2025 Duración: 10min

    Donald Trump ກ່າວວ່າ ຜູ້ກໍ່ຄວາມບໍ່ສງົບ ທີ່ໄດ້ຮັບການສນັບສນູນ ຈາກຕ່າງປະເທດ ກໍາລັງກໍ່ໃຫ້ເກີດຄວາມວຸ້ນວາຍ ແລະສັນຍາວ່າ ຈະຟື້ນຟູຄວາມສງົບ ໂດຍໃຊ້ກຳລັງຖ້າຈໍາເປັນ. ແຕ່ຜູ້ຄັດຄ້ານເວົ້າວ່າ ຄ່າໃຊ້ຈ່າຍນັ້ນຄວນເອົາມາໃຊ້ໃນການຕຽມພ້ອມສຳລັບ World Cup ຈະດີກວ່າ.

  • ການທົບທວນສົນທິສັນຍາ AUKUS

    17/06/2025 Duración: 09min

    ອາເມຣິກາ ກຳລັງທົບທວນຂໍ້ຕົກລົງ ທາງທະຫານ AUKUS, ຊຶ່ງອາດສົ່ງຜົນກະທົບ ຕໍ່ການເຂົ້າເຖິງເຮືອມຸດນ້ຳນິວເຄລັຍ ຂອງອອສເຕຣເລັຍ. ຜູ້ຊ່ຽວຊານຫຼາຍຄົນກໍກ່າວວ່າ ອອສເຕຣເລັຍຄວນ ປ່ຽນແນວຄິດກ່ຽວກັບສັນຍານີ້ຄືກັນ.

página 1 de 28