Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 70:20:12
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ໂສກນາດຕະກັມຍົນຕົກ ຂອງ Air India.

    17/06/2025 Duración: 07min

    ມີຫລາຍກວ່າ 240 ຄົນໄດ້ເສັຍຊີວິດ, ຫລັງຈາກຍົນ Air India Dreamliner ລະຫວ່າງເດີນທາງໄປ London ປະສົບອຸບັດເຫດ ບໍ່ດົນ ຫລັງຈາກບິນຂຶ້ນຈາກ Ahmedabad-ຊຶ່ງກາຍເປັນພັຍພິບັດ ທາງອາກາດ ທີ່ຮ້າຍແຮງທີ່ສຸດ ໃນຮອບສິບປີຜ່ານມາ. ແຕ່ຈຳນວນຜູ້ເສັຍຊີວິດກໍຈະເພີ່ມຂຶ້ນເພາະຍົນໄດ້ຕົກລົງໃສ່ຫໍພັກ ຂອງວິທະຍາລັຍການແພດ.

  • ຄຳສັ່ງສານກ່ຽວກັບການໃຊ້ທະຫານຂອງ Trump

    17/06/2025 Duración: 07min

    ຜູ້ພິພາກສາ ຣັຖບານກາງ ຂອງສະຫະຣັດອາເມຣິກາ ໄດ້ອອກຄໍາສັ່ງຫ້າມຊົ່ວຄາວ ທີ່ສັ່ງໃຫ້ປະທານາທິບໍດີ Donald Trump ຄືນການຄວບຄຸມ ກອງກຳລັງປ້ອງກັນຊາດ (National Guard) ໃຫ້ແກ່ຣັດ California. ຄໍາສັ່ງນັ້ນກ່າວວ່າ ການໃຊ້ກອງກຳລັງ ເປັນສິ່ງຜິດກົດຫມາຍ, ລະເມີດກົດທີສິບ ຂອງຣັຖທັມມະນູນ ແລະເກີນອໍານາດຕາມກົດຫມາຍ ຂອງTrump.

  • ສະຖານະພາບພູມອາກາດທົ່ວໂລກ.

    11/06/2025 Duración: 08min

    ອົງການອຸຕຸນິຍົມໂລກ (The World Meteorological Organisation) ໄດ້ວາງແຜນການປ່ຽນແປງເຫລົ່ານີ້ ໃນເຂດພາກພື້ນຂອງເຮົາ, ໂດຍເນັ້ນຫນັກ ເຖິງຜົນກະທົບ ທີ່ມັນມີ ບໍ່ພຽງແຕ່ຢູ່ເທິງແຜ່ນດິນເທົ່ານັ້ນ, ແຕ່ໃນມະຫາສມຸດ ໃນເຂດພາກພື້ນຂອງເຮົານໍາອີກ.

  • ວັນສລອງຄົບຮອບ 50 ປີຂອງ SBS.

    11/06/2025 Duración: 07min

    ໃນວັນທີ 9 ເດືອນມິຖຸນາ ປີ 1975 'Radio Ethnic Australia' ໄດ້ເປີດໂຕ-ຊຶ່ງເປັນການທົດລອງທີ່ກ້າຫານ ໂດຍ Al Grassby, ຜູ້ເປັນກັມມາທິການຣັຖບານ ຄົນທໍາອິດ ດ້ານຄວາມສໍາພັນ ຂອງຊຸມຊົນ(Community Relations) ໃນຂນະນັ້ນ.

  • ການຕໍ່ຕ້ານການກວດຄົນເຂົ້າເມືອງ ໃນອາເມຣິກາ.

    11/06/2025 Duración: 06min

    Donald Trump ໄດ້ອະນຸມັດ ການສົ່ງກອງກຳລັງປ້ອງກັນຊາດ (National Guard) 2,000 ຄົນ ໃນຂນະທີ່ການປະທ້ວງ ຕໍ່ຕ້ານການບຸກກວດຄົນເຂົ້າເມືອງ ໃນ Los Angeles ຍັງດຳເນີນຕໍ່ໄປ. ມີຜູ້ປະທ້ວງທີ່ເວົ້າວ່າ ເຂົາເຈົ້າໄດ້ຖືກຍິງດ້ວຍລູກປືນຢາງ, ພ້ອມດ້ວຍພາບທີ່ສະແດງໃຫ້ເຫັນວ່າ ມີການໃຊ້ແກັສນ້ຳຕາ ແລະໄຟຢູ່ຕາມຖນົນ.

  • ການເພີ່ມຂຶ້ນຂອງ ປະກັນພັຍທັມມະຊາດ.

    11/06/2025 Duración: 09min

    ນອກຈາກຄວາມຫຍຸ້ງຍາກໃນການທຳຄວາມສະອາດຫຼັງຈາກການເກີດພັຍທັມມະຊາດແລ້ວ, ຍັງມີປັນຫາຫຼາຍຢ່າງທີ່ຕາມມາ ເຊັ່ນ ການສ້ອມແປງ ບ້ານເຮືອນ, ຄ່າໃຊ້ຈ່າຍທັນທີ, ການສູນເສັຍທາງເສດຖະກິດ ແລະ ຄ່າໃຊ້ຈ່າຍດ້ານປະກັນພັຍຕ່າງໆ. ໃນເດືອນມິນາ, ສະມາຄົມ National Insurance Brokers ກ່າວວ່າ ຫນຶ່ງໃນ 25 ຄົວເຮືອນ ຂອງອອສເຕຣເລັຍ ຈະບໍ່ສາມາດປະກັນພັຍໄດ້ ພາຍໃນຫ້າປີ, ເພາະພັຍທັມມະຊາດທີ່ເພີ່ມຂຶ້ນ.

  • ສະຖານະພາບພູມອາກາດທົ່ວໂລກ.

    06/06/2025 Duración: 08min

    ອົງການອຸຕຸນິຍົມໂລກ (The World Meteorological Organisation) ໄດ້ວາງແຜນການປ່ຽນແປງເຫລົ່ານີ້ ໃນເຂດພາກພື້ນຂອງເຮົາ, ໂດຍເນັ້ນຫນັກ ເຖິງຜົນກະທົບ ທີ່ມັນມີ ບໍ່ພຽງແຕ່ຢູ່ເທິງແຜ່ນດິນເທົ່ານັ້ນ, ແຕ່ໃນມະຫາສມຸດ ໃນເຂດພາກພື້ນຂອງເຮົານໍາອີກ.

  • ສະຖານະພາບພູມອາກາດທົ່ວໂລກ.

    06/06/2025 Duración: 08min

    ອົງການອຸຕຸນິຍົມໂລກ (The World Meteorological Organisation) ໄດ້ວາງແຜນການປ່ຽນແປງເຫລົ່ານີ້ ໃນເຂດພາກພື້ນຂອງເຮົາ, ໂດຍເນັ້ນຫນັກ ເຖິງຜົນກະທົບ ທີ່ມັນມີ ບໍ່ພຽງແຕ່ຢູ່ເທິງແຜ່ນດິນເທົ່ານັ້ນ, ແຕ່ໃນມະຫາສມຸດ ໃນເຂດພາກພື້ນຂອງເຮົານໍາອີກ.

  • ມາທຳຄວາມຮູ້ຈັກກັບ Atrial-Fibrillation

    04/06/2025 Duración: 08min

    Atrial-Fibrillation ຫຼື AF ເປັນໂຣກທີ່ຈັງຫວະການເຕັ້ນຂອງຫົວໃຈ ທີ່ປົກກະຕິ ແລະສມ່ຳສເມີ ຖືກປ່ຽນແທນດ້ວຍ ຄວາມວຸ່ນວາຍທາງໄຟຟ້າ ໃນຫ້ອງທາງເທິງຂອງຫົວໃຈ ຊຶ່ງເຮັດໃຫ້ປະສິດທິພາບ ຂອງການສູບເລືອດຂອງຫົວໃຈ ຫລຸດລົງຢ່າງຫລວງຫລາຍ. Atrial-Fibrillation -ຫລື AF- ສາມາດສົ່ງຜົນກະທົບຕໍ່ແຕ່ລະຄົນ ໃນທາງທີ່ແຕກຕ່າງກັນ. AF ຍັງເປັນສາເຫດຂອງ ປະມານຫນຶ່ງໃນສີ່ ກໍຣະນີ ຂອງໂຣກເສັ້ນເລືອດໃນສມອງ (Strokes) ແລະຄວາມສ່ຽງສູງ ຕໍ່ພາວະສມອງເສື່ອມ.

  • ກອງປະຊຸມຄວາມໝັ້ນຄົງທາງທະຫານ.

    04/06/2025 Duración: 09min

    ການສົນທະນາ Shangri-La (Shangri-La Dialogue) ໃນ Singapore, ບ່ອນທີ່ຜູ້ນໍາດ້ານປ້ອງກັນປະເທດ ຈາກອອສເຕຣເລັຍ, ສະຫະຣັດອາເມຣິກາ ແລະຝຣັ່ງ ໄດ້ເນັ້ນຫນັກ ເຖິງຄວາມຈໍາເປັນ ໃນການເປັນພັນທະມິດ ທີ່ເຂັ້ມແຂງຂຶ້ນ, ປັບປຸງລະບົບການຄວບຄຸມອາວຸດໃຫມ່ ແລະການປະສານງານ ໃນການຢັບຢັ້ງ ຄວາມຮຸນແຮງໃນພູມີພາກ ແລະຄວາມເປັນຫ່ວງຫລາຍຂຶ້ນ ກ່ຽວກັບທ່າທີທາງທະຫານ ທີ່ຂຍາຍກວ້າງອອກຂອງຈີນ ແລະຄວາມທະເຍີທະຍານດ້ານ ນິວເຄລັຍຂອງມັນ.

  • ຂ່າວນ້ຳຖ້ວມໃນ New South Wales.

    04/06/2025 Duración: 08min

    ເນື່ອງຈາກຝົນໄດ້ຕົກແຮງຢ່າງຕໍ່ເນື່ອງ ໃນເຂດແຄມຝັ່ງທະເລ ພາກເຫນືອຕອນກາງ ແລະເຂດ Hunter ໄດ້ສົ່ງຜົນກະທົບຫລາຍທີ່ສຸດ ຈາກນ້ຳຖ້ວມ ໃນບໍ່ດົນມານີ້, ໂດຍທີ່ມີຫລາຍສິບພັນຄົນ ຖືກໂດດດ່ຽວ ແລະຫລາຍຮ້ອຍຄົນ ຕ້ອງໄດ້ຮັບການຊ່ວຍເຫຼືອ. ນ້ຳຖ້ວມທີ່ຮ້າຍແຮງ ນັ້ນໄດ້ເຮັດໃຫ້ມີຜູ້ເສັຍຊີວິດ ຢ່າງໜ້ອຍນຶ່ງຄົນ ແລະ SES ໄດ້ເຕືອນໃຫ້ຜູ້ຄົນປະຕິບັດຕາມຄຳແນະນຳ ເພື່ອຄວາມປອດພັຍ.

  • ປັນຫາສຸຂະພາບຂອງຜູ້ຍິງ (ບາງຄົນ).

    04/06/2025 Duración: 07min

    ການມີເລືອດອອກຫຼາຍ ຕອນມີປະຈຳເດືອນ ມີຜົນກະທົບ ຕໍ່ຫນຶ່ງສ່ວນສີ່ ຂອງຜູ້ຍິງ ແຕ່ສ່ວນຫຼາຍ ຈະບໍ່ຖືກກ່າວເຖິງ ໃນການສົນທະນາ ກ່ຽວກັບສຸຂະພາບຂອງຜູ້ຍິງ ແຕ່ກໍມີຄວາມເປັນຫ່ວງ ກ່ຽວກັບການຂາດການເວົ້າເຖິງ ໂດຍສະເພາະກ່ຽວກັບເລື້ອງນີ້. ມີການຮຽກຮ້ອງ ໃຫ້ມີການປ່ຽນແປງຄໍາສັບ ເພື່ອທ້າທາຍ ຂໍ້ຫ້າມເຫຼົ່ານີ້ ໂດຍສະເພາະການໃຊ້ພາສາທາງການແພດ.

  • ມະເຮັງຕ່ອມ ລູກໝາກ (Prostate Cancer) ຂອງຊາວອົບພະຍົບ.

    28/05/2025 Duración: 08min

    ໂຣກມະເຮັງຕ່ອມລູກໝາກ (Prostate Cancer) ເປັນໂຣກມະເຮັງ ທີ່ພົບເຫັນຫຼາຍທີ່ສຸດ ສໍາລັບຜູ້ຊາຍອອສເຕຣເລັຍ, ແລະຖ້າຫາກ ຖືກພົບເຫັນໃນຕອນຕົ້ນ, ມັນກໍງ່າຍທີ່ຈະປິ່ນປົວ. ແຕ່ຜູ້ຊາຍ ທີ່ມາຈາກວັດທະນະທັມ ແລະພາສາທີ່ແຕກຕ່າງກັນ ສ່ວນຫລາຍ ຈະຖືກກວດພົບວ່າ ເປັນໂຣກມະເຮັງໃນຕ່ອມລູກໝາກ (Prostate Cancer) ທີ່ມີຄວາມສ່ຽງສູງ ຫລືໃນໄລຍະລຸກລາມ ຫລາຍກວ່າຊາວອອສເຕຣເລັຍຄົນອື່ນໆ.

  • ການແຕກກັນຂອງ ພັນທະມິດ (The Coalition).

    28/05/2025 Duración: 09min

    The Coalition, ຊຶ່ງປະກອບດ້ວຍພັກ Liberal ແລະພັກ National, ໄດ້ຍຸບໂຕເອງລົງ-ເປັນຜົນມາຈາກ ການເສັຍໄຊຢ່າງຫນັກ ໃນການເລືອກຕັ້ງໃນວັນທີ 3 ເດືອນພຶດສະພາ. ເຖິງແມ່ນວ່າ ມັນເປັນການຮ່ວມມື ທີ່ຍາວນານກວ່າແປດສິບປີ-ແຕ່ບັດນີ້ ມັນບໍ່ໄດ້ເປັນເຊັ່ນນັ້ນ ອີກຕໍ່ໄປ. ແຕ່ໃນສ່ວນເລິກໆແລ້ວ, ທັງສອງພັກນີ້ ມີຄວາມແຕກຕ່າງກັນຫຼາຍຢ່າງ.

  • ວ່າດ້ວຍ ໂຣກລຳໄສ້ອັກເສບ (Inflammatory Bowel Disease).

    28/05/2025 Duración: 08min

    ເມື່ອກ່າວເຖິງໂຣກລຳໄສ້ອັກເສບ ຫລື Inflammatory Bowel Disease (IBD), ອອສເຕຣເລັຍ ເປັນຜູ້ນໍາລະດັບໂລກ-ໂດຍຈໍານວນຄົນ ທີ່ໃຊ້ຊີວິດກັບອາການນີ້ ເພີ່ມຂຶ້ນຢ່າງໄວ. ແຕ່ເຖິງແມ່ນວ່າ ສາເຫດທີ່ແທ້ຈິງຂອງໂຣກນີ້ ຍັງບໍ່ເປັນທີ່ຮູ້ຈັກ, ແຕ່ເຮົາກໍມີຄວາມເຂົ້າໃຈຫລາຍຂຶ້ນ ກ່ຽວກັບວິທີ ທີ່ເຮົາສາມາດດໍາລົງຊີວິດກັບ IBD, ແລະອາດປ້ອງກັນມັນໄດ້.

  • ຢາໃຫມ່ ສຳລັບໂຣກຄວາມຈໍາເສື່ອມ (Alzheimer).

    28/05/2025 Duración: 06min

    ອົງການຄວບຄຸມ ຢາຮັກສາໂຣກ (Therapeutic Drug Administration) ຂອງອອສເຕຣເລັຍ ໄດ້ອະນຸມັດຢາໃຫມ່ Donanemab ທີ່ສາມາດໃຫ້ຄວາມຫວັງ ແກ່ຄົນທີ່ເປັນໂຣກຄວາມຈໍາເສື່ອມ (Alzheimer). ປະຈຸບັນນີ້ ມັນບໍ່ໄດ້ຖືກບັນຈຸ ຢູ່ໃນໂຄງການຜົນປໂຍດທາງຢາ(Pharmaceutical Benefits Scheme), ແລະມີຄ່າໃຊ້ຈ່າຍ ປະມານ 4,700ໂດລາຕໍ່ເດືອນ, ໂດຍການປິ່ນປົວ ໃຊ້ເວລາ 12 ເຖິງ 18 ເດືອນ.

  • ໂຣກມະເຮັງເມັດເລືອດ ໃນອອສເຕຣເລັຍ.

    21/05/2025 Duración: 08min

    ມູນນິທິມະເຮັງເມັດເລືອດ (The Leukaemia Foundation) ກ່າວວ່າ ຫນຶ່ງໃນ 12 ຄົນໃນອອສເຕຣເລັຍ ມີຄວາມສ່ຽງ ທີ່ຈະຖືກກວດພົບວ່າ ເປັນໂຣກມະເຮັງເມັດເລືອດ, ແຕ່ການຂາດຄວາມຮູ້ ກ່ຽວກັບອາການ ຫມາຍຄວາມວ່າ ໂຣກມະເຮັງຫລາຍຢ່າງ ບໍ່ໄດ້ຖືກກວດພົບ ເປັນເວລານານ. ມູນນິທິກ່າວວ່າ ໂຣກມະເຮັງເມັດເລືອດ ອາດຈະແຊງໜ້າ ໂຣກມະເຮັງອື່ນໆ ໃນປີ 2035.

  • ບົດບາດຂອງ A-I ໃນການດູແລສຸຂະພາບ.

    21/05/2025 Duración: 09min

    A-I ເລີ້ມມີບົດບາດຫຼາຍຂຶ້ນ ໃນການດູແລສຸຂະພາບ... ແຕ່ຜູ້ຊ່ຽວຊານກ່າວວ່າ ຍັງຕ້ອງໃຊ້ເວລາອີກຫຼາຍໃນການຈະໃຫ້ A-I ຖືກນຳໃຊ້ຢ່າງມີປະສິດຖິພາບ ແລະຫຼາຍຄົນກໍເວົ້າວ່າ A-I ຈະບໍ່ສາມາດທົດແທນວຽກງານທີ່ມະນຸດເທົ່ານັ້ນທີ່ຈະສາມາດເຮັດ ໂດນສະເພາະເມື່ອກ່ຽວຂ້ອງກັບ ວັດທະນະທັມ ແລະພາສາ.

  • ການດູແລໄລຍະສຸດທ້າຍທີ່ເຫມາະສົມ ກັບວັດທະນະທັມ.

    21/05/2025 Duración: 06min

    ຫຼາຍກວ່າ 37% ຂອງຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີມາຈາກປະເທດອື່ນ. ສະນັ້ນ, ເຮົາຈຶ່ງມີສັງຄົມ ທີ່ມີຫຼາຍວັດທະນະທັມ.ສະນັ້ນ, ຕ້ອງໃຫ້ແນ່ໃຈວ່າ ທຸກຄົນມີແຜນການດູແລ ທີ່ເນັ້ນບຸກຄົນ ເປັນສູນກາງ (Person-centered) ການສົ່ງເສີມ ວິທີທາງທີ່ເຫັນອົກເຫັນໃຈ, ເພື່ອສະແດງຄວາມເຄົາຣົບໃນການເລືອກຂອງຜູ້ຄົນໃນປີສຸດທ້າຍ, ເດືອນ ແລະວັນສຸດທ້າຍ ຂອງຊີວິດ.

  • ລະດູສັກວັກຊີນປ້ອງກັນຫວັດ ມາຮອດແລ້ວ.

    21/05/2025 Duración: 10min

    ປີນີ້ ຈະເປັນລະດູໄຂ້ຫວັດ ທີ່ຮ້າຍແຮງຫລືບໍ່ນັ້ນ ແມ່ນຂຶ້ນຢູ່ກັບປັດຈັຍຫລາຍຢ່າງ. ຫລັງຈາກຈໍານວນຄົນຕິດໄຂ້ຫວັດ ເປັນປວັດການປີກາຍນີ້ ໃນອອສເຕຣເລັຍ, ຜູ້ຊ່ຽວຊານ ໄດ້ເຕືອນຊາວອອສເຕຣເລັຍທຸກຄົນ ເຖິງຄວາມຈໍາເປັນ ທີ່ຈະໄດ້ຮັບການສັກວັກຊີນ Vaccine ປະຈໍາປີຄັ້ງໃຫມ່ ພ້ອມທັງ ໃຊ້ມາດຕະການ ທາງສຸຂະອະນາມັຍອື່ນໆ ເພື່ອຫລຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ.

página 2 de 28