Sinopsis
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episodios
-
-
ສປປລາວ ຈະໄດ້ຮັບຢາວັກຊີນ ໂຄວິດ-19 ຫຼາຍກ່ວາ 7ລ້ານ ເຂັມ
01/07/2021 Duración: 07minບໍ່ຮູ້ວ່າດ້ວຍເຫດໃດແທ້ ສປປລາວ ຈຶ່ງໄດ້ຢາວັກຊີນ ໂຄວິດ-19 ໂດຍຟຼີຢູ່ເລື້ອຍໆແລະກໍຈະໄດ້ຮັບອີກປະມານເຈັດລ້ານເຂັມ. ແຕ່ອີງຕ່ມຂ່າວຄາວຜ່ານຊືມວນຊົນໃນຄະນະນີ້ ສປປລາວ ຂາດ ເຂີນຢາວັກຊນນັ້ນແລະ ໂຄວິດ-19 ສາຍພັນໃໜ່ ແດນຕາ ໄປ ຮອດໄປເຖິງແຜ່ນດິນລາວແລ້ວ. ຂໍ້ມູນມີຢູ່ວ່າ ແດນຕາ ເກ່ງກ່ວາເກົ່າແລະມີຄວາມສາມດຫຼາຍ ກ່ວາສາຍພັນອື່ນເຖິງຫຼາຍເທົ່າ.
-
ພໍ່ແມ່ໃນອອສເຕຼເລັຍຈະພັກການໄດ້ສອງມື້ໂດຍໄດ້ເງິນຍ້ອນການຫຼຸລູກ
01/07/2021 Duración: 03minຣັຖບານອອສເຕຼເລັຍສເນີກົດໜາຍໃໜ່ອັນນຶ່ງຂຶ້ນສາະພາອອສເຕຼແລ້ວ ເພື່ອໃຫ້ພໍ່ແມ່ທີ່ຫຼຸລູກພັກການໄດ້ສອງມື້ໂດຍໄ້ດຮັບເງິນ. ການກະທຳນັ້ນຖຶກສັນຣະເສີນວ່າເປັນການຮັບຮູ້ຄວາມຍາກ ຊາຂອງການໄດ້ຮັບຜົນສະທ້ອນຈາກການຫຼຸລູກຫຼຸເຕົ້າ.
-
ນາຍຈ້າງສາມາດບັງຂັບໃຫ້ລູກຈ້າງຕ້ອງສັກຢາວັກຊີນ ໂຄວິດ-19 ບໍ່?
01/07/2021 Duración: 07minນາຍຈ້າງສາມດຮຽກໃຫ້ລູກຈ້າງຈຳຕ້ອງຖຶກສັກຢາວັກຊີນ ໂຄວິດ-19 ບໍ່? ສານແຫ່ງນຶ່ງໃນສະຫະຣັດອະເມຣິກາພາໃຫ້ມີການໂຕ້ເຫດໂຕ້ຜົນຂຶ້ນແລ້ວ ກ່ຽວກັບຄຳຖາມນັ້ນ ອັນເປັນເຫດເປີດວິທີທາງໃຫ້ບໍ່ຣິສັດສຸຂພາບຕ່າງໆ ຮຽກໃຫ້ລູກຈ້າງຂອງພວກຂະເຈົ້າໄປໃຫ້ສັກຢາວັກຊີນ ໂຄວິດ-19 ເພ່ືວ່າ ຈະຮັກສາວຽກເຮັດງານທຳຂອງພວກຂະເຈົ້າໄວ້. ການບໍ່ໃຫ້ສັກຢາວັກຊີນນັ້ນແມ່ນມີເຫດມີຜົນຕ່າງໆນາໆ.
-
ການຮຽນພາສາອັງກິດ ຟຼີໆ ໃນອອສເຕຼເລັຍ
01/07/2021 Duración: 06minຣັຖບານອອສເຕຼເລັຍໃຫ້ການສອນພາສາອັງກິດໂດຍບໍ່ຄິດຄ່າຫຍັງແກ່ຄົນ ຕ່າງເທດທີ່ມາຢູ່ອອສເຕຼເລັຍຢ່າງຖາວອນ, ອົພຍົບແລະຄົນທີ່ຖືວີຊາບາງຢ່າງ. ນີ້ເປັນສິ້ນສ່ວນນຶ່ງຂອງການຕັ້ງພູມລຳເນົາພວກດັ່ງກ່າວເພື່ອວ່າພວກຂະເຈົ້າ ນັ້ນຈະສາມດເຂົ້າຮ່ວມກັບຊິວິດໃໜ່ໃນແຫ່ງນີ້ໂດຍມີຄວາມໜາຍ. ຍ້ອນການປະຕິຮູບໂຄງການສອນພາສອັງກິດນັ້ນ ບັດນີ້ພວກດັ່ງກ່າວສາມາດ ຮ່ຳຮຽນພາສາອັງກິດນັ້ນໄດ້ເປັນເວລາຫຼາຍຕື່ມ.
-
ຂົງແຄ້ວນ ຊິດນີ ລ໋ອກດາວ 14 ມື້ (26-6-21)
01/07/2021 Duración: 11min(26-6-21) ຂົງແຄ້ວນ ຊິດຊນີ ລ໋ອກດາວ ສອງສັບປະດາຂຶ້ນແລ້ວ ສຳຮັບ "ເກຼດເຕ ຊິດນີຢ, "ບຼູ ມວງເຕນສ໌", "ແສນໂທຼນ ໂຄສຕ໌" ແລະ "ຢວູລອງຄອງ". ລ໋ອກດາວນັ້ນແມ່ນສຳຮັບແຕ່ 6 ໂມງແລງ ໃນວັນທີ 26 ມິຖຸນາ 2021 ຮອດທ່ຽງຄືນຂອງັວທີ 9 ກໍຣະກະດາ 2021. ຣັຖບານນີວຊາວແວນລໍ໌ຕໍ່ຍາວອອກລ໋ອກດາວນັ້ນພາຍຫຼັງທີ່ໄດ້ປະຊຸມສຸກ ເສີນກັນຂຶ້ນແລ້ວ. ໂຄວິດ-19 ສາຍພັນ ແດນຕາ ກຳລັງແຜ່ຣະບາດຂຶ້ນໃນຣັດນີວຊາວແວນລ໌ຢູ່.
-
ລາວໃນຮັດ ນີວຊາວແວນລ໌ ອອສເຕຼເລັຍຈະສເລີມສລອງສັບປະດາອົພຍົບ
01/07/2021 Duración: 18minປີນີ້ 2021ອອສເຕຼເລັຍສເລີມສລອງສັບປະດາອົພຍົບ. ຈາກການສຳພາດ ທ່ານ ເດດ ສີແສງຣັດ ໃນນັ້ນຄົນລາວໃນຣັດນີວຊາວແວນລ໌ ໂດຍການນຳພາຂອງສະມາຄົມສົ່ງເສີມຊຸມຊົນລາວກໍຈະກະທັມດັ່ງນັ້ນໂດຍກິຈກັມ ຕ່າງໆມາກມາຍ. ການຈະກະທຳໂດຍສະມາຄົມນັ້ນແມ່ນເພື່ອຫັຍງກັນແທ້? ດ້ວຍເຫດໃດແທ້ນັ້ນຖຶກໂຈະໄວ້ແລ້ວ?
-
ການຊ່ວຍເຫຼືອ ໂຄວິ-19 ຂອງສະຫະຣັດອະເມຣິກາໄປຮອດ ສປປລາວ ແລ້ວ
01/07/2021 Duración: 03minການຊ່ວຍເຫຼືອ ສປປລາວ ໃນຍາມ ໂຄວິດ-19 ມາກມາຍຖຶກນຳສົ່ງ ໄປຮອດໄປເຖິງ ສປປລາວ ແຕ່ມີຫັຍງແດ່? ທັງ ສປປລາວ ແລະ ສະຫະຮັດ ບໍ່ເປີຍເຜີຍໃຫ້ຮູ້ນຳ.
-
ສປປລາວ ບັດນີ້ ເຄັ່ງຄັດການກັກກວດພະຍາດ ໂຄວິດ-19 ການເຂົ້າມາຍັງປະເທດ
01/07/2021 Duración: 06minໃນ ສປປລາວ ໂຄວິດ-19 ກຳລັງທະວີຄວາມຄືບເມື່ອໜ້າຂອງມັນ ຢູ່ຕລອດມາຢູ່ກະທັງທີ່ພັກຣັຖຈະເຮັດຈະກະທຳຫັຍງກໍຕາມ. ບັດນີ້ທາງການ ສປປລາວ ຫັນມາເອົາຈິງເອົາຈັງກັບການກັກ ຄົນທີ່ເຂົ້າໄປຮອດແຜນດິນລາວໄວ້ 14 ມື້ ເພ່ືອເຝົ້າຣະວັງ ແນມເບິ່ງວ່າພວກຂະເຈົ້າເປັນ ໂຄວິດ-19 ຫຼືບໍ່?
-
ສປປລາວ ຢືດຕໍ່ອອກຕື່ມການ ລ໋ອກດາວ ໂຄວິດ-19
01/07/2021 Duración: 06minປາກົດວ່າການແຜ່ຣະບາດຂອງພະຍາດ ໂຄວິດ-19 ໃນຜືນແຜ່ນດິນລາວ ຍັງທະວີຫຼາຍຂຶ້ນຢູ່ຕລອດມາຢູ່ ກະທັ້ງທີ່ມີລ໋ອກດາວກໍຕາມແຕ່. ບັດນີ້ ສປປລາວ ຕໍ່ຍາວອອກຕື່ມການລ໋ອກດາວທີ່ມີຢູ່ແລ້ວນັ້ນ.
-
ປະກາດກ່ຽວກັບ ໂຄວິດ-19 ຈາກຣັຖບານ ນີວຊາວແວນ໌ (26-6-21)
01/07/2021 Duración: 53s26-6-21: ປະກາດອັນສຳຄັນກ່ຽວກັບ ໂຄວິດ-19 ຈາກຣັຖບານ ນີວຊາວແວນລ໌ ທີ່ຄວນຊາບໄວ້.
-
ກົດເກນ ໂຄວິດ-19 ໃໜ່ (26-6-21) ສຳຮັບ ຊິດນີ
01/07/2021 Duración: 05minຄົນຂອງຂົງແຄ້ວນ ຊິດນີ ຖຶກບອກເຕືອນກ່ຽວກັນທີ່ຈຳນວນຄົນເປັນ ໂຄວິດ-19 ປູດທະວີຂຶ້ນ ກະທັ້ງທີ່ຄົນນະທີ່ນັ້ນນັບເປັນຫຼາຍລ້ານຄົນ ເຂົ້າຮ່ວມເປັນສິ້ນສ່ວນຂອງ ລ໋ອກດາວ ຢ່າງກະທັນຫັນ. ຣັດ ນີວຊາວແວນລ໌ ມີຄົນເປັນ ໂຄວິດ-19 ຢ່າງມາກມາຈາກການຕິດ ແປດກັນໃນທ້ອງຖິ່ນເອງ.
-
ສິ່ງທີ່ທ່ານຄວນຮູ້ກ່ຽວກັບການຄັດເລືອກເຂົ້າໂຮງຮຽນມັທຍົມໃນອອສເຕຼເລັຍ
01/07/2021 Duración: 10minຖ້າຫາກວ່າທ່ານກຳລັງເລືອກເອົາໂຮງຮຽນສຳຮັບຄວາມສຳເຣັດສູງສຳຮັບ ລູກໆຂອງ່ທານ ທານອາດພິຈາຣະນາເບິ່ງການຄັດເລືອກໂຮງຮຽນມັທຍົມ ບາງອັນ. ການຄັດເລືອກນັ້ນມີການແຂ່ງຂັນກັນຢ່າງມາກມາຍ.
-
ຂ່າວສຳຮັບຣະຍະ 26-6-21
01/07/2021 Duración: 14minຂ່າວຄາວທີ່ເປັນອັນສົນໃຈໃນຮະຍະ 26-6-21 ມີຫຍັງແດ່ ເປັນຕາບຊາບນຳ?
-
ຣັດ ນີວຊາວແວນລ໌ ລ໋ອກດາວ
27/06/2021 Duración: 01minຣັຖບານ ນີວຊາວແວນລ໌ ປະກາດ ລ໋ອກດາວ ຂຶ້ນໃນ ນີວຊາວແວນລ໌ ເພື່ອສະກັດກັ້ນ ໂຄວິດ-19 ທີ່ກຳລັງແຜ່ຣະບາດຂຶ້ນໃນຮັດດັ່ງກ່າວ. ກະຣຸນາຟັງປະກາດນັ້ນໂດຍຕັ້ງໃຈ.
-
ລາວເຂົ້າຮ່ວມພິທີການເປີດສວນ ດຽກບຸຊ-ປາກ
24/06/2021 Duración: 14minຄົນລາວຈຸແລກໆທີ່ອົພຍົບມາຢູ່ອອສເຕຼເລັຍແຕ່ປາງວັນທີ 19 ມີນາ 1976 ຢ່າງມາມາກຕັ້ງຊີວິດໃໜ່ຢູ່ໃນຂົງແຄ້ວນນະຄອນ ແຟຟຽນ ໃນພາກຈາເຕັນຕົກ ຂອງນະຄອນຊິດນີຣັດນີວຊາວແວນ. ຕໍ່ແຕ່ນັ້ນມາລາວເຮົານັ້ນໄດ້ສົ່ງເສີມ ແຟຟຽນ ນັ້ນຕລອດມາແລະໃນຫວ່າງນຶ່ງກໍ ເຂົ້າຮ່ວມການສ້າງແລະເປີດສວນ ດຽຍບຸຊວອກ ດັ່ງການສຳພາດທ່ານ ເດດ ສີແສງຣັດ ປະທານປະຊາສຳັພນຂອງສະມາຄົມສົ່ງເສີມຊຸມຊົນລາວໃນຣັດນີວຊາວແວນດັ່ງຕໍ່ໄປນີ້.
-
ຍີ່ປຸ່ນຈະຊົດຊ່ວຍ ໂຄວິ-19 ແກ່ ອາຊຽນ
24/06/2021 Duración: 04minຄົນໃນບັນດາປະເທດ ອາຊຽນ ເປັນ ໂຄວິດ-19 ມາກມາຍທັງກໍມີຄວາມຍາກຊາ ໃນການຄວບຄຸມມັນດ້ວຍ. ເຖິງແມ່ນປະເທດຍີ່ປຸ່ນມີບັນຫາໜັກກັບ ໂຄວິດ-19 ກໍຕາມ ຍ່ີປຸານລົງໄມ້ລົງ ມືຊົດຊ່ວຍ ອາຊຽນແລ້ວ.
-
ຣົດໄຟຄວາມໄວສູງ ສປຈີນ ຈະມາຮອດກາສີໃນໄວໆນີ້
24/06/2021 Duración: 04minເສັນທາງຣົດໄຟຄວາມສູງ ຈີນ-ລາວ ຖຶກສ່າງເກືອບສຳເຣັດແລ້ວ ຫຼືເປັນຢ່າງໜ້ອຍຈະໃຫ້ທັນວັນທີ 2 ທັນວາ 2021. ແລະຫົວຣົດໄຟຄວາມໄວສູອງຂອງ ສປຈີນ ຄັນແລກໆກໍຈະມາ ຮອດສະຖານີຣົດໄຟກາສີຂອງແຂວງວຽງຈັນໃນໄວໆນີ້ດ້ວຍ.
-
ສປປລາວ ຈະທຳຣາຍຣະເບີດທີ່ຄ້າງຄາຈາກສົງຄາມ 5,000 ລູກໃນໄວໆນີ້
24/06/2021 Duración: 05minຜືນແຜນດິນລາວມີຣະເບີດທີ່ຄ້າງຄາ ບໍ່ທັນແຕດເທື່ອ ມາກມາຈາກຄົງຄາມ ໃນລາວຂອງປາງສະໃໜ່ເສິກແກວເວຽດນາມ, ຝຣັ່ງເສດແລະສະຫະຣັດອະເມ ຣິກາ. ໃນໄວໆນີ້ຣະເບີດນັ້ນປະມານ ຫ້າພັນລູກທີ່ຖຶກເກັບກູ້ໄດ້ຈະຖຶກທຳລາຍຖີ້ມກ
-
ອອສເຕຼເລັຍຟ້ອງຮ້ອງ ສຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບພາສີເຫຼົ້າໜາກອາງຸ່ນ
24/06/2021 Duración: 06minອອສເຕຼເລັຍກຳລັງຟ້ອງຮ້ອງເອົາ ສປຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບ ທີ່ ສປຈີນ ເທຖອກພາສີ "ທາຣິບຟ໌" ໃ່ສເຫຼົ້າໜາກອາງຸ່ນຂອງອອສເຕຼເລັຍ ທີ່ເຂົ້າໃນຍັງຈີນແຜ່ນດິໃຫຍ່. ຮັ້ຖບານອອສເຕຼເລັຍເວົ້າວ່າພາສີນັ້ນສ້າງຄວາມເສັຍຫານອັນຮ້າຍແຮງໃສ່ ອຸສຫະກັມເຫຼົາໜາກອາງຸ່ນໃນອອສເຕຼເລັຍແລະອອສເຕຼເລັຍບໍ່ມີທາງເລືອກ ນອກຈາກມີແຕ່ນຳເອົາ ສປຈີນ ຂຶ້ນສານອົງການຄ້າໂລກ.