Sinopsis
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episodios
-
ວ່າດ້ວຍ ໂຣກຕັບອັກເສບ (Hepatitis)
13/08/2024 Duración: 10minໂຣກຕັບອັກເສບ (Hepatitis) ມີຫຼາຍປະເພດ. ບາງປະເພດສາມາດປິ່ນປົວໄດ້ ແຕ່ບາງປະເພດກໍຍັງບໍ່ມີວິທີປິນປົວເທື່ອ. ແຕ່ຜູ້ຊ່ຽວຊານແນະນຳໃຫ້ຜູ້ຄົນທຳການກວດ ເພາະ ໂຣກຕັບອັກເສບ (Hepatitis) ບາງປະເພດຈະບໍ່ມີອາການ. ມີຄຳແນະນຳຫຼາຍຢ່າງໃນວິທີທີ່ຈະຫຼີກເວັ້ນການຕິດໄວຣັສນີ້.
-
ການເພີ່ມຂຶ້ນ ຂອງລາຄາໄຟຟ້າ
13/08/2024 Duración: 06minການເພີ່ມຂຶ້ນຂອງລາຄາໄຟຟ້າໃນອອສເຕຣເລັຍ ຊຶ່ງ South Australia ໄດ້ເພີ່ມຂຶ້ນ 78 ເປີເຊັນ, New South Wales ສູງຂຶ້ນ 86ເປີເຊັນ, ໃນຂນະທີ່ Tasmania ແລະ Victoria ທັງສອງ ໄດ້ເພີ່ມຂຶ້ນ- 97ແລະ 99 ເປີເຊັນຕາມລໍາດັບ. ມີແຕ່ລາຄາຂອງ Queensland ເທົ່ານັ້ນ ທີ່ໄດ້ຫລຸດລົງ- 21 ເປີເຊັນ -ແມ່ນຄວາມຜິດປົກກະຕິ ທີ່ເກີດຈາກສະພາບອາກາດທີ່ອົບອຸ່ນ ແລະໄຟຟ້າດັບຫນ້ອຍລົງ ໃນເຄື່ອງສ້າງພະລັງງານ.
-
Understanding Australia’s legal system: laws, courts and accessing legal assistance - ທຳຄວາມເຂົ້າໃຈລະບົບກົດຫມາຍຂອງອອສເຕຣເລັຍ: ກົດຫມາຍ, ສານ ແລະ ການຊ່ວຍເຫຼືອທາງກົດຫມາຍ
13/08/2024 Duración: 12minAre you familiar with Australia’s legal system? As a federation of six states and two territories, Australia has laws that apply nationally, as well as laws specific to each jurisdiction. Additionally, there are parallel structures of federal and state courts. Learn the basics of how the legal system works, from understanding Australian laws to accessing legal assistance. - ທ່ານຄຸ້ນເຄີຍກັບລະບົບກົດຫມາຍຂອງອອສເຕຣເລັຍ ຫຼືບໍ່? ໃນຖານະເປັນສະຫະພັນ ຂອງຫົກຣັດ ແລະສອງເຂດປົກຄອງ, ອອສເຕຣເລັຍ ມີກົດຫມາຍທີ່ບັງຄັບໃຊ້ໃນລະດັບຊາດ, ລວມທັງກົດຫມາຍສະເພາະຕໍ່ແຕ່ລະເຂດອຳນາດສານ. ນອກນັ້ນ, ຍັງມີໂຄງຮ່າງຄ້າຍຄືກັນຂອງສານຣັຖບານກາງ ແລະ ຣັດ. ຮຽນຮູ້ພື້ນຖານກ່ຽວກັບວິທີການເຮັດວຽກຂອງລະບົບກົດຫມາຍ, ຕັ້ງແຕ່ການເຂົ້າໃຈກົດຫມາຍຂອງອອສເຕຣເລັຍ ເຖິງການເຂົ້າເຖິງການຊ່ວຍເຫຼືອດ້ານກົດຫມາຍ.
-
ສັບປະດາຂອງການບໍຣິຈາກອາໄວຍະວະ.
06/08/2024 Duración: 06minໃນປັດຈຸບັນ ມີຊາວອອສເຕຣເລັຍປະມານ 1,800 ຄົນທີ່ກຳລັງລໍຖ້າ ການປ່ຽນອະໄວຍະວະ, ແລະອີກ 14,000 ຄົນກຳລັງຟອກໄຂ່ຫຼັງ ໃນການຮັກສາພາວະຫມາກໄຂ່ຫລັງລົ້ມເຫລວ. ຂໍ້ມູນຈາກ Donate Life ສະແດງໃຫ້ເຫັນວ່າ 4 ໃນ 5 ຄົນຂອງຊາວອອສເຕຣເລັຍ ສນັບສນູນການບໍຣິຈາກ, ແຕ່ມີພຽງແຕ່ ຫນຶ່ງໃນສາມ ເທົ່ານັ້ນ ທີ່ຈົດທະບຽນເປັນຜູ້ບໍຣິຈາກ.
-
Vaping: prevalence, risks, and helping your teenager quit - Vaping: ການແຜ່ລາມ, ຄວາມສ່ຽງ, ແລະການຊ່ວຍໃຫ້ລູກໄວລຸ້ນຂອງທ່ານເລີກສູບ
06/08/2024 Duración: 12minMajor regulatory changes in 2024 have brought about restricted access to vaping products in Australia. The crackdown on what is dubbed a “major public health issue” could lead to an increased number of teens seeking support to overcome the nicotine addiction, experts think. Learn about the health risks and ways to help young people in their quitting journey. - ການປ່ຽນແປງກົດລະບຽບທີ່ສໍາຄັນ ໃນປີ 2024 ໄດ້ເຮັດໃຫ້ການເຂົ້າເຖິງ ຜລິດຕະພັນກອກຢາໄຟຟ້າ (vapes) ໃນອອສເຕຣເລັຍ ຖືກຈຳກັດ. ຜູ້ຊ່ຽວຊານຄິດວ່າ ການປາບປາມສິ່ງທີ່ເອີ້ນວ່າ "ບັນຫາສາທາຣະນະສຸກທີ່ສໍາຄັນ" ອາດຈະພາໃຫ້ໄວລຸ້ນ ຈໍານວນເພີ່ມຂຶ້ນ ທີ່ສແວງຫາການສນັບສນູນ ເພື່ອເອົາຊນະການຕິດເຊື້ອຢາ (ນິໂກຕີນ-nicotine) ນັ້ນ. ຮຽນຮູ້ກ່ ຽວກັບຄວາມສ່ຽງ ດ້ານສຸຂະພາບ ແລະວິທີ ທີ່ຈະຊ່ວຍໃຫ້ຊາວຫນຸ່ມ ໃນການເຊົາສູບ.
-
Kamala Harris ແມ່ນໃຜ?
06/08/2024 Duración: 10minKamala Harris ແມ່ນໃຜແທ້? ລາວແມ່ນຜູ້ຍິງຊາວອັຟຣິກັນ/ອາເມຣິກັນ ແລະເອເຊັຍ ຄົນທໍາອິດ ທີ່ດຳຣົງຕຳແໜ່ງຮອງປະທານາທິບໍດີ ແລະຕອນນີ້ກຳລັງຈະລົງແຂ່ງຂັນຕຳແໜ່ງ ກັບ Donald Trump. ໄຊຊນະກໍຄື: ຕຳແໜ່ງປະທານາທິບໍດີອາເມຣິກາ. ຂ່າວ SBS ຈະມາເບິ່ງວ່າ Kamala Harris ນັ້ນແມ່ນໃຜແທ້ ແລະໂອກາດຂອງນາງ ໃນການເລືອກຕັ້ງເດືອນພະຈິກ ເປັນແນວໃດ.
-
ໂຄງການ 2025 (Project 2025) ແມ່ນຫຍັງ?
06/08/2024 Duración: 08minການເລືອກຕັ້ງປະທານາທິບໍດິ ອາເມຣິກາກໍໃກ້ເຂົ້າມາແລ້ວ. ໂຄງການ 2025 (Project 2025) ແມ່ນຫຍັງ? ໃຜເປັນຜູ້ຂຽນມັນ? ມັນມີຫຍັງກ່ຽວຂ້ອງກັບການເລືອກຕັ້ງຄັ້ງນີ້? ຖ້າຫາກມັນຖືກນຳໃຊ້, ມັນຈະມີຜົນກະທົບແນວໃດຕໍ່ອາເມຣິກາ ຫຼື ຕໍ່ໂລກ?
-
ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ
24/07/2024 Duración: 08minການສໍາຫຼວດ ສະແດງໃຫ້ເຫັນວ່າ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ອາດພາໃຫ້ຄົນຫນຸ່ມ ດື່ມເຫລົ້າໃນພາຍຫຼັງ. ນອກນັ້ນ ຍັງມີລາຍງານວ່າ ຫຼາຍກວ່າ ຫນຶ່ງສ່ວນສາມ ຂອງຊາວຫນຸ່ມ ໄດ້ດື່ມເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ, ໂດຍສ່ວນໃຫຍ່ ຍອມຮັບວ່າ ມັນເບິ່ງຄືວ່າ ຫນ້າສົນໃຈ.
-
ການລ່ວງລະເມີດຜູ້ສູງອາຍຸ ໃນອອສເຕຣເລັຍ
24/07/2024 Duración: 08minສິບຫົກເປີເຊັນ, ຫລືຫນຶ່ງໃນຫົກຄົນ ຂອງຊາວອອສເຕຣເລັຍ, ມີອາຍຸ 65 ປີຂຶ້ນໄປ-ແລະຫລາຍກວ່າເຄິ່ງຫນຶ່ງ ຂອງກຸ່ມນັ້ນ ແມ່ນຜູ້ຍິງ. ແຕ່ມີຫຼັກຖານທີ່ຫນ້າວິຕົກໃຈຫລາຍເພີ່ມຂຶ້ນວ່າ ຜູ້ສູງອາຍຸຫຼາຍຄົນ ກໍາລັງຖືກລ່ວງລະເມີດ. ການລ່ວງລະເມີດຜູ້ສູງອາຍຸ ອາດກ່ຽວຂ້ອງກັບການທໍາຮ້າຍທາງຮ່າງກາຍ, ທາງຈິດໃຈ, ທາງເພດ ແລະທາງອາຣົມພ້ອມທັງການລ່ວງລະເມີດທາງການເງິນ ແລະການລະເລີຍ.
-
ພາວະຕິດເຊື້ອ (Sepsis) ໃນອອສເຕຣເລັຍ.
24/07/2024 Duración: 09minເຖິງແມ່ນວ່າ ມັນອາດເປັນອັນຕະຣາຍເຖິງຕາຍສໍາລັບຫຼາຍຄົນ, ແຕ່ເມື່ອຜູ້ຄົນກ່າວເຖິງພາວະຕິດເຊື້ອ (Sepsis), ພວກເຂົາອາດຮູ້ວ່າພວກເຂົາເຈົ້າກໍາລັງກ່າວເຖິງໂຣກ ທີ່ອາດເປັນອັນຕະຣາຍຕໍ່ຊີວິດ, ແຕ່ໃນການສົນທະນາສ່ວນໃຫຍ່ ກໍບໍ່ຮູ້ຫຼາຍກ່ຽວກັບໂຣກນັ້ນ. ແມ່ນແຕ່ຜູ້ຊ່ຽວຊານດ້ານການແພດ ກໍຍັງໃຊ້ເວລາດົນນານ ໃນການວິນິດສັຍໂຣກນີ້ ໃນຄົນເຈັບຢ່າງຖືກຕ້ອງ.
-
ຫຼ້າສຸດກ່ຽວກັບໄຂ້ຫວັດນົກ
24/07/2024 Duración: 08minໄຂ້ຫວັດນົກ ເຮັດໃຫ້ອອສເຕຣເລັຍ ມີຄວາມວິຕົກ ເນື່ອງຈາກການຂາດແຄນໄຂ່ ແລະການລະບາດ ທີ່ກໍາລັງແຜ່ກະຈາຍ ໄປທົ່ວຟາມໃນອອສເຕຣເລັຍ. ສູນກຽມຄວາມພ້ອມດ້ານໂຣກ ແຫ່ງອອສເຕຣເລັຍ (The Australian Centre for Disease Preparedness-ACDP), ໄດ້ຢູ່ໃນລະດັບແນວໜ້າ ຂອງການທົດສອບ ແລະການຄົ້ນຄວ້າ ກ່ຽວກັບໄຂ້ຫວັດນົກ.
-
What is road rage and how to deal with it? - ຄວາມໂມໂຫທາງຖນົນແມ່ນຫຍັງ ແລະຮັບມືກັບມັນແນວໃດ?
16/07/2024 Duración: 12minAggressive driving is a continuum of bad driving behaviours which increase crash risk and can escalate to road rage. People who engage in road rage may be liable for traffic offences in Australia, have their car insurance impacted and most importantly put their lives and those of others at risk. Learn about the expectations around safe, responsible driving and what to do when you or a loved one are involved in a road rage incident. - ການຂັບຣົດຢ່າງຮຸນແຮງ ເປັນພຶດຕິກັມ ການຂັບຣົດ ທີ່ບໍ່ດີຢ່າງຕໍ່ເນື່ອງ ຊຶ່ງເພີ່ມຄວາມສ່ຽງ ຂອງອຸບັດເຫດ ແລະສາມາດ ເພີ່ມຄວາມໂມໂຫ ໃນທາງຖນົນໄດ້. ຄົນທີ່ມີສ່ວນຮ່ວມ ໃນຄວາມໂມໂຫທາງຣົດ ອາດຈະມີຄວາມຮັບຜິດຕໍ່ການຈະຣາຈອນ ໃນອອສເຕຣເລັຍ, ມີຜົນກະທົບ ຕໍ່ປະກັນພັຍຣົດຂອງເຂົາເຈົ້າ ແລະສໍາຄັນທີ່ສຸດ ເຮັດໃຫ້ຊີວິດຂອງເຂົາເຈົ້າ ແລະຂອງຜູ້ອື່ນ ມີຄວາມສ່ຽງ. ຮຽນຮູ້ ກ່ຽວກັບຄວາມຄາດຫວັງ ກ່ຽວກັບການຂັບຂີ່ ທີ່ປອດພັຍ, ມີຄວາມຮັບຜິດຊອບ ແລະສິ່ງທີ່ຄວນເຮັດ ເມື່ອທ່ານ ຫຼືຄົນທີ່ທ່ານຮັກ ມີສ່ວນກ່ຽວຂ້ອງກັບເຫດການ ຄວາມໂມໂຫທາງຖນົນ.
-
ການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care)
16/07/2024 Duración: 09minອີງຕາມສະຖິຕິສໍາມະໂນຄົວ ຂອງສຳນັກງານ ສະຖິຕິອອສເຕຣເລັຍປີ 2016, 37 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ມີອາຍຸຫຼາຍ ນັ້ນເກີດຢູ່ຕ່າງປະເທດ, ຫຼື 1.2 ລ້ານຄົນ, ແລະຫນຶ່ງໃນຫົກຄົນ ທີ່ມີອາຍຸສູງ ຂອງອອສເຕຣເລັຍ ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ເຮືອນ.ດ້ວຍການປ່ຽນແປງ ຂອງປະຊາກອນນີ້ ໄດ້ມີຄວາມຈໍາເປັນ ທີ່ຈະຕ້ອງປັບແປງ ການບໍຣິການດູແລ ຜູ້ສູງອາຍຸ ແລະການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ຂອງອອສເຕຣເລັຍ.
-
ສິລປິນ ຊາວ First Nations ໃນຊ່ວງ NAIDOC Week
16/07/2024 Duración: 05minບັນດາສິລປິນ First Nations ຈາກເມືອງ ແລະປະເທດຝັ່ງທະເລອື່ນໆ ກໍາລັງສະແດງຜົນງານຂອງເຂົາເຈົ້າ ແລະນໍາໃຊ້ສິລປະ ແລະວັດທະນາທັມ ຂອງເຂົາເຈົ້າ ເພື່ອເວົ້າເຖິງສິ່ງແວດລ້ອມ ທີ່ ເມືອງ Ceduna ຢູ່ແຄມຝັ່ງອ່າວ Murat ແຄມຝັ່ງທະເລ ທາງທິດຕາເວັນຕົກ ຂອງແຫຼມ Eyre ໃນ South Australia.
-
ຄວາມປອດພັຍໃນເຮືອນໃນລະດູໜາວ
09/07/2024 Duración: 05minໃນຊ່ວງລະດູໜາວ, ນອກຈາກຄວາມສ່ຽງຈາກອັກຄີພັຍແລ້ວ ຍັງມີຄວາມສ່ຽງຈາກແກັສ Carbon monoxide ນຳອີກ. ຜູ້ຊ່ຽວຊານໃຫ້ຄຳແນະນຳກ່ຽວກັບຄວາມປອດພັຍຕ່າງໆ.
-
How to lodge your tax return in Australia - ວິທີຍື່ນການເສັຍພາສີຂອງທ່ານ ໃນອອສເຕຣເລັຍ
09/07/2024 Duración: 11minIn Australia, 30 June marks the end of the financial year and the start of tax time. Knowing your obligations and rebates you qualify for, helps avoid financial penalties and mistakes. Learn what to do if you received family support payments, worked from home, are lodging a tax return for the first time, or need free independent advice. - ໃນອອສເຕຣເລັຍ, ວັນທີ 30 ມິຖຸນາ ຫມາຍເຖິງການສິ້ນສຸດຂອງສົກປີການເງິນ ແລະການເລີ່ມຕົ້ນ ເວລາການເສັຍພາສີ. ການຮູ້ພັນທະ ແລະການຊໍາລະຄືນເງິນ ທີ່ທ່ານມີສິດໄດ້ຮັບ ຈະຊ່ວຍຫຼີກເວັ້ນ ຄວາມຜິດພາດ ແລະການຖືກປັບໄໝ. ຮູ້ວິທີ ທີ່ຄວນເຮັດ ຖ້າທ່ານໄດ້ຮັບເງິນຊ່ວຍເຫຼືອຄອບຄົວ, ເຮັດວຽກຢູ່ເຮືອນ, ຍື່ນເລື້ອງເສັຍພາສີເປັນຄັ້ງທໍາອິດ, ຫຼືຕ້ອງການຄໍາແນະນໍາ ທີ່ເປັນອິດສຣະໂດຍບໍ່ເສັຍຄ່າ.
-
ລາງວັນ NATIONAL NAIDOC Week 2024
09/07/2024 Duración: 07minThe NATIONAL NAIDOC Week Awards ເປັນກິດຈະກັມ ປະຈຳປີທີ່ໃຫຍ່ທີ່ສຸດ ໃນປະຕິທິນ ສໍາລັບຊາວ Aboriginal ແລະ Torres Strait Islander, ລາງວັນນີ້ ໄດ້ຍ້ອງຍໍ ຜູ້ບຸກເບີກຊາວພື້ນເມືອງ ທີ່ມີສ່ວນ ໃນການປ່ຽນແປງຊີວິດ ແກ່ຊຸມຊົນຂອງເຂົາເຈົ້າ ແລະໃນປີນີ້ ໄດ້ຖືກຈັດຂຶ້ນທີ່ Adelaide. ສຳລັບປີໜ້າ, ພິທີມອບລາງວັນນີ້ ຈະຈັດຂຶ້ນທີ່ Perth, Western Australia.
-
ການແຊກແຊງຈາກຕ່າງປະເທດ ໃນອອສເຕຣເລັຍ
09/07/2024 Duración: 05minແຫລ່ງຂ່າວ ລະດັບສູງຂອງຣັຖບານ ໄດ້ບອກກັບ SBS ເຖິງແຜນການຂອງການແຊກແຊງ ຈາກຕ່າງປະເທດ ທີ່ຈະແນເປົ້າຫມາຍ ໃສ່ພວກນັກເຄື່ອນໄຫວ ພາຍໃນຊຸມຊົນຫຼາຍວັດທະນະທັມ, ແຊກຊຶມເຂົ້າໄປໃນສະຖາບັນ ແລະຮັບເຕັກໂນໂລຊີລັບ. ແຕ່ທັງຣັຖບານ ແລະຝ່າຍຄ້ານກໍມີມາດຕະການໃໝ່ ໃນການປາບປາມພວກສາຍລັບ ຈາກຕ່າງປະເທດ.
-
ລາຍງານໃຫມ່ ກ່ຽວກັບວິກິດການຂອງໂຣກເບົາຫວານ
02/07/2024 Duración: 07minລາຍງານສະບັບໃຫມ່ຂອງ Diabetes Australia ໄດ້ເຕືອນກ່ຽວກັບວິກິດການຂອງໂຣກເບົາຫວານ ຂອງຊາດ, ໂດຍຮຽກຮ້ອງໃຫ້ມີການເຂົ້າເຖິງຢາຫຼຸດນໍ້າຫນັກໄດ້ດີຂຶ້ນ ແລະ ເກັບພາສີ ຕໍ່ນ້ຳດື່ມທີ່ມີນ້ຳຕານ ແຕ່ຜູ້ທີ່ຈະເສັຍຜົນປໂຍດກໍຄັດຄ້ານໃນເລື້ອງນີ້.
-
How to recycle electronic items and batteries in Australia - ວິທີການຫມູນໃຊ້ເຄື່ອງເອເລັກໂຕຣນິກ ແລະແບັດເຕີຣີໃນອອສເຕຣເລັຍ
02/07/2024 Duración: 10minMany common household items such as mobile phones, TVs, computers, chargers, and other electronic devices, including their batteries, contain valuable materials that can be repurposed for new products. Electronic items we no longer use, or need are considered e-waste. Across Australia, there are government-backed programs available that facilitate the safe disposal and recycling of e-waste at no cost. - ຂອງໃຊ້ທົ່ວໄປ ໃນຄົວເຮືອນຫຼາຍຊະນິດ ເຊັ່ນ: ໂທລະສັບມືຖື, ໂທລະທັດ, ຄອມພິວເຕີ, ເຄື່ອງໃຊ້ ແລະອຸປະກອນເອເລັກໂຕຣນິກອື່ນໆ, ລວມທັງ ແບັດເຕີຣີຂອງພວກເຂົາ, ມີວັດຖຸມີຄ່າ ທີ່ສາມາດນຳກັບມາໃຊ້ໃໝ່ (Repurpose) ສໍາລັບຜລິດຕະພັນໃຫມ່. ເຄື່ອງເອເລັກໂຕຣນິກ ທີ່ເຮົາບໍ່ໄດ້ໃຊ້ ຫຼືຕ້ອງການອີກຕໍ່ໄປ, ແມ່ນຖືວ່າ ເປັນສິ່ງເສດເຫຼືອ ທາງອີເລັກໂຕຣນິກ. ໃນທົ່ວອອສເຕຣເລັຍ, ມີໂຄງການ ຂອງຣັຖບານ ທີ່ຈະອໍານວຍຄວາມສະດວກ ໃຫ້ແກ່ການກໍາຈັດ ແລະການນໍາໃຊ້ສິ່ງເສດເຫຼືອ ອີເລັກໂຕຣນິກ ທີ່ປອດພັຍໂດຍບໍ່ມີຄ່າໃຊ້ຈ່າຍ.