Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 68:56:44
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ປະຊຸມສຸດຍອດຂອງ NATO ທີ່ The Hague.

    02/07/2025 Duración: 07min

    ກຸ່ມປະເທດ NATO ໄດ້ຕົກລົງ ທີ່ຈະເພີ່ມງົບປະມານດ້ານທະຫານ ໃນກອງປະຊຸມສຸດຍອດ ທີ່ The Hague ຈາກສອງເປີເຊັນຂອງ GDP ເປັນຫ້າເປີເຊັນ ພາຍໃນປີ 2035. ໃນຂນະທີ່ ອອສເຕຣເລັຍສັນຍາຈະເພີ່ມການຊ່ອຍເຫຼືອທາງທະຫານແກ່ Ukraine.

  • ມີການຄົ້ນພົບ Dinosaur ສາຍພັນໃຫມ່

    02/07/2025 Duración: 06min

    Enigmacursor ເປັນ Dinosaur ສາຍພັນໃຫມ່ ທີ່ກິນຫຍ້າຂນາດນ້ອຍ ແລະອາສັຍຢູ່ ເມື່ອປະມານ 150 ລ້ານປີກ່ອນ ຄຽງຂ້າງກັບສັດໃຫຍ່ ເຊັ່ນ Stegosaurus ແລະ Diplodocus, ໄດ້ຖືກເປີດເຜີຍ ຢູ່ທີ່ພິພິດທະພັນ ປວັດສາດທັມມະຊາດ (Natural History Museum) ຂອງ London.

  • How home and contents insurance works in Australia - ການປະກັນພັຍບ້ານເຮືອນ ແລະຊັບສິນ (Contents) ເຮັດວຽກແນວໃດ ໃນອອສເຕຣເລັຍ

    02/07/2025 Duración: 11min

    Home and contents insurance is a safety net many households expect to rely on during difficult times. But it’s also a financial product that even experts can find challenging to navigate. Whether you own or rent your home, understanding your level of cover, knowing what fine print to look out for, and learning how to manage rising premiums can help you make more informed choices as a consumer. - ປະກັນພັຍບ້ານເຮືອນ ແລະຊັບສິນ (Contents) ເປັນຄວາມປອດພັຍ ທີ່ຫລາຍຄອບຄົວຄາດວ່າ ຈະເພິ່ງພາ ໃນເວລາທີ່ຍາກລຳບາກ. ແຕ່ມັນຍັງເປັນຜລິດຕະພັນທາງການເງິນ ທີ່ແມ່ນແຕ່ຜູ້ຊ່ຽວຊານ ກໍສາມາດພົບວ່າ ຍາກທີ່ຈະເຂົ້າໃຈ. ບໍ່ວ່າ ທ່ານຈະເປັນເຈົ້າຂອງ ຫຼືເຊົ່າເຮືອນຂອງທ່ານ, ເຂົ້າໃຈລະດັບການຄອບຄຸມ (Cover) ຂອງທ່ານ, ຮູ້ວ່າ ຕ້ອງລະວັງຫຍັງແດ່ ແລະຮຽນຮູ້ ວິທີຈັດການກັບລາຄາທີ່ເພີ່ມຂຶ້ນ ສາມາດຊ່ວຍທ່ານ ໃຫ້ເລືອກຢ່າງມີຂໍ້ມູນຫຼາຍຂຶ້ນ ໃນຖານະຜູ້ບໍຣິໂພກ.

  • ລາຍງານກ່ຽວກັບຄ່າໄປພົບໝໍຊາຽວຊານ

    02/07/2025 Duración: 09min

    ລາຍງານຈາກສະຖາບັນ Grattan ກ່າວວ່າ ຜູ້ຊ່ຽວຊານບາງຄົນໃນພາກເອກກະຊົນ ເກັບເງິນຈາກຄົນໄຂ້ ສອງເຖິງສາມເທົ່າ ຫລາຍກວ່າອັດຕາທີ່ Medicare ກໍານົດໄວ້ ສໍາລັບການບໍຣິການເຫລົ່ານັ້ນ. ລາຍງານຍັງພົບວ່າ ຄ່າການປິ່ນປົວທີ່ສູງ ໄດ້ເຮັດໃຫ້ຊາວອອສເຕຣເລັຍ ເກືອບສອງລ້ານຄົນ ຊັກຊ້າ ຫລືບໍ່ໄປຕາມນັດຫມາຍ ກັບທ່ານຫມໍຜູ້ຊ່ຽວຊານ.

  • ຄວາມຂັດແຍ່ງລະຫວ່າງ Israel ແລະ Iran.

    26/06/2025 Duración: 08min

    ການອົບພະຍົບ ຊາວອອສເຕຣເລັຍ ອອກຈາກຕາເວັນອອກກາງ ເນື່ອງຈາກ ຄວາມຂັດແຍ່ງ ລະຫວ່າງ Israel ແລະ Iran. ແຕ່ຕອນນີ້ ການອົບພະຍົບຈາກ ຍັງບໍ່ສາມາດເຮັດໄດ້ເທື່ອ. ທັງ Israel ແລະ Iran ກໍກ່າວຫາຊຶ່ງກັນແລະກັນໃນການລະເມີດ ສັນຍາຢຸດຍິງ.

  • How does media work in Australia? - ສື່ໃນອອສເຕຣເລັຍ ເຮັດວຽກແນວໃດ?

    25/06/2025 Duración: 17min

    A free, independent and diverse press is a fundamental pillar of democracy. Australia has two taxpayer-funded networks that serve the public interest (ABC and SBS), plus a variety of commercial and community media outlets. Although publicly funded media receives money from the government, it is unlike the state-sponsored outlets found overseas. - ສື່ທີ່ເສຣີ, ເປັນອິດສຣະ ແລະມີຄວາມແຕກຕ່າງກັນ ເປັນເສົາຫຼັກຂອງລະບອບປະຊາທິປະໄຕ. ອອສເຕຣເລັຍ ມີເຄືອຂ່າຍສອງແຫ່ງ ໃຫ້ບໍຣິການ ເພື່ອຜົນປໂຍດຂອງສັງຄົມ (ABC ແລະ SBS), ພ້ອມທັງສື່ທາງການຄ້າ (Commercial Media) ແລະສື່ສານຊຸມຊົນ. ເຖິງແມ່ນວ່າ ສື່ທີ່ໄດ້ຮັບເງິນຈາກຣັຖບານ, ແຕ່ມັນບໍ່ຄືກັນ ກັບສື່ທີ່ໄດ້ຮັບການສນັບ ສນູນຈາກຣັດ ທີ່ພົບໃນຕ່າງປະເທດ.

  • ການໂຈມຕີຢູ່ໂບດ Greek Orthodox ໃນ Syria.

    25/06/2025 Duración: 07min

    ມີຜູ້ລະເບີດຂ້າຕົວຕາຍ ໄດ້ໂຈມຕີໂບດ Greek Orthodox ທີ່ເຕັມໄປດ້ວຍຄົນ ໃນເມືອງ Damascus, ເຮັດໃຫ້ຄົນເສັຍຊີວິດ ຢ່າງຫນ້ອຍ 20 ຄົນແລະໄດ້ຮັບບາດເຈັບ ຫລາຍກວ່າ 50 ຄົນ ໃນລະຫວ່າງພິທີທາງສາສນາ (Mass) ໃນວັນອາທິດ ທີ່ໂບດ Mar Elias ໃນເມືອງ Dweila, ຊຶ່ງເປັນເຂດອາສັຍຢູ່ນອກເມືອງ. ຜູ້ນຳສາສນາ ກ່າວຫາຣັຖບານໃຫມ່ຂອງ Syria ວ່າບໍ່ສາມາດປົກປ້ອງປະຊາຊົນຂອງຕົນ.

  • ຄວາມຂັດແຍ່ງລະຫວ່າງ Israel ແລະ Iran.

    25/06/2025 Duración: 08min

    ການອົບພະຍົບ ຊາວອອສເຕຣເລັຍ ອອກຈາກຕາເວັນອອກກາງ ເນື່ອງຈາກ ຄວາມຂັດແຍ່ງ ລະຫວ່າງ Israel ແລະ Iran. ແຕ່ຕອນນີ້ ການອົບພະຍົບຈາກ ຍັງບໍ່ສາມາດເຮັດໄດ້ເທື່ອ. ທັງ Israel ແລະ Iran ກໍກ່າວຫາຊຶ່ງກັນແລະກັນໃນການລະເມີດ ສັນຍາຢຸດຍິງ.

  • ຄວາມຂັດແຍ່ງລະຫວ່າງ Israel ແລະ Iran (SAT 2106 RNF)

    23/06/2025 Duración: 12min

    ຄວາມເຄັ່ງຕຶງໃນຕາເວັນອອກກາງໄດ້ເພີ່ມຄວາມຮຸນແຮງຂຶ້ນ ເມື່ອ Israel ແລະ Iran ໄດ້ເປີສາກການສູ້ຣົບຕໍ່ກັນ. ຕ່າງຝ່າຍກໍປະນາມການເຮັດໃຫ້ປະຊົນເສັຍຊີວິດ ພ້ອມທັງຄວາມເສັຍຫາຍຂອງໂຄງສ້ງພື້ນຖານ. ສະຫະປະຊາຊາດກ່າວວ່າ ການໂຈມຕີຂອງ Israel ໄດ້ຂ້າຄົນຫລາຍກວ່າ400 ຄົນ ທີ່ຕ້ອງການຄວາມຊ່ອຍເຫລືອ ໃນຫລາຍອາທິດຜ່ານມານີ້.

  • ການປະທ້ວງຕໍ່ຕ້ານ ການຄວບຄຸມການຍ້າຍຖິ່ນຖານ.

    17/06/2025 Duración: 10min

    Donald Trump ກ່າວວ່າ ຜູ້ກໍ່ຄວາມບໍ່ສງົບ ທີ່ໄດ້ຮັບການສນັບສນູນ ຈາກຕ່າງປະເທດ ກໍາລັງກໍ່ໃຫ້ເກີດຄວາມວຸ້ນວາຍ ແລະສັນຍາວ່າ ຈະຟື້ນຟູຄວາມສງົບ ໂດຍໃຊ້ກຳລັງຖ້າຈໍາເປັນ. ແຕ່ຜູ້ຄັດຄ້ານເວົ້າວ່າ ຄ່າໃຊ້ຈ່າຍນັ້ນຄວນເອົາມາໃຊ້ໃນການຕຽມພ້ອມສຳລັບ World Cup ຈະດີກວ່າ.

  • ການທົບທວນສົນທິສັນຍາ AUKUS

    17/06/2025 Duración: 09min

    ອາເມຣິກາ ກຳລັງທົບທວນຂໍ້ຕົກລົງ ທາງທະຫານ AUKUS, ຊຶ່ງອາດສົ່ງຜົນກະທົບ ຕໍ່ການເຂົ້າເຖິງເຮືອມຸດນ້ຳນິວເຄລັຍ ຂອງອອສເຕຣເລັຍ. ຜູ້ຊ່ຽວຊານຫຼາຍຄົນກໍກ່າວວ່າ ອອສເຕຣເລັຍຄວນ ປ່ຽນແນວຄິດກ່ຽວກັບສັນຍານີ້ຄືກັນ.

  • ໂສກນາດຕະກັມຍົນຕົກ ຂອງ Air India.

    17/06/2025 Duración: 07min

    ມີຫລາຍກວ່າ 240 ຄົນໄດ້ເສັຍຊີວິດ, ຫລັງຈາກຍົນ Air India Dreamliner ລະຫວ່າງເດີນທາງໄປ London ປະສົບອຸບັດເຫດ ບໍ່ດົນ ຫລັງຈາກບິນຂຶ້ນຈາກ Ahmedabad-ຊຶ່ງກາຍເປັນພັຍພິບັດ ທາງອາກາດ ທີ່ຮ້າຍແຮງທີ່ສຸດ ໃນຮອບສິບປີຜ່ານມາ. ແຕ່ຈຳນວນຜູ້ເສັຍຊີວິດກໍຈະເພີ່ມຂຶ້ນເພາະຍົນໄດ້ຕົກລົງໃສ່ຫໍພັກ ຂອງວິທະຍາລັຍການແພດ.

  • ຄຳສັ່ງສານກ່ຽວກັບການໃຊ້ທະຫານຂອງ Trump

    17/06/2025 Duración: 07min

    ຜູ້ພິພາກສາ ຣັຖບານກາງ ຂອງສະຫະຣັດອາເມຣິກາ ໄດ້ອອກຄໍາສັ່ງຫ້າມຊົ່ວຄາວ ທີ່ສັ່ງໃຫ້ປະທານາທິບໍດີ Donald Trump ຄືນການຄວບຄຸມ ກອງກຳລັງປ້ອງກັນຊາດ (National Guard) ໃຫ້ແກ່ຣັດ California. ຄໍາສັ່ງນັ້ນກ່າວວ່າ ການໃຊ້ກອງກຳລັງ ເປັນສິ່ງຜິດກົດຫມາຍ, ລະເມີດກົດທີສິບ ຂອງຣັຖທັມມະນູນ ແລະເກີນອໍານາດຕາມກົດຫມາຍ ຂອງTrump.

  • ສະຖານະພາບພູມອາກາດທົ່ວໂລກ.

    11/06/2025 Duración: 08min

    ອົງການອຸຕຸນິຍົມໂລກ (The World Meteorological Organisation) ໄດ້ວາງແຜນການປ່ຽນແປງເຫລົ່ານີ້ ໃນເຂດພາກພື້ນຂອງເຮົາ, ໂດຍເນັ້ນຫນັກ ເຖິງຜົນກະທົບ ທີ່ມັນມີ ບໍ່ພຽງແຕ່ຢູ່ເທິງແຜ່ນດິນເທົ່ານັ້ນ, ແຕ່ໃນມະຫາສມຸດ ໃນເຂດພາກພື້ນຂອງເຮົານໍາອີກ.

  • ວັນສລອງຄົບຮອບ 50 ປີຂອງ SBS.

    11/06/2025 Duración: 07min

    ໃນວັນທີ 9 ເດືອນມິຖຸນາ ປີ 1975 'Radio Ethnic Australia' ໄດ້ເປີດໂຕ-ຊຶ່ງເປັນການທົດລອງທີ່ກ້າຫານ ໂດຍ Al Grassby, ຜູ້ເປັນກັມມາທິການຣັຖບານ ຄົນທໍາອິດ ດ້ານຄວາມສໍາພັນ ຂອງຊຸມຊົນ(Community Relations) ໃນຂນະນັ້ນ.

  • ການຕໍ່ຕ້ານການກວດຄົນເຂົ້າເມືອງ ໃນອາເມຣິກາ.

    11/06/2025 Duración: 06min

    Donald Trump ໄດ້ອະນຸມັດ ການສົ່ງກອງກຳລັງປ້ອງກັນຊາດ (National Guard) 2,000 ຄົນ ໃນຂນະທີ່ການປະທ້ວງ ຕໍ່ຕ້ານການບຸກກວດຄົນເຂົ້າເມືອງ ໃນ Los Angeles ຍັງດຳເນີນຕໍ່ໄປ. ມີຜູ້ປະທ້ວງທີ່ເວົ້າວ່າ ເຂົາເຈົ້າໄດ້ຖືກຍິງດ້ວຍລູກປືນຢາງ, ພ້ອມດ້ວຍພາບທີ່ສະແດງໃຫ້ເຫັນວ່າ ມີການໃຊ້ແກັສນ້ຳຕາ ແລະໄຟຢູ່ຕາມຖນົນ.

  • ການເພີ່ມຂຶ້ນຂອງ ປະກັນພັຍທັມມະຊາດ.

    11/06/2025 Duración: 09min

    ນອກຈາກຄວາມຫຍຸ້ງຍາກໃນການທຳຄວາມສະອາດຫຼັງຈາກການເກີດພັຍທັມມະຊາດແລ້ວ, ຍັງມີປັນຫາຫຼາຍຢ່າງທີ່ຕາມມາ ເຊັ່ນ ການສ້ອມແປງ ບ້ານເຮືອນ, ຄ່າໃຊ້ຈ່າຍທັນທີ, ການສູນເສັຍທາງເສດຖະກິດ ແລະ ຄ່າໃຊ້ຈ່າຍດ້ານປະກັນພັຍຕ່າງໆ. ໃນເດືອນມິນາ, ສະມາຄົມ National Insurance Brokers ກ່າວວ່າ ຫນຶ່ງໃນ 25 ຄົວເຮືອນ ຂອງອອສເຕຣເລັຍ ຈະບໍ່ສາມາດປະກັນພັຍໄດ້ ພາຍໃນຫ້າປີ, ເພາະພັຍທັມມະຊາດທີ່ເພີ່ມຂຶ້ນ.

  • ສະຖານະພາບພູມອາກາດທົ່ວໂລກ.

    06/06/2025 Duración: 08min

    ອົງການອຸຕຸນິຍົມໂລກ (The World Meteorological Organisation) ໄດ້ວາງແຜນການປ່ຽນແປງເຫລົ່ານີ້ ໃນເຂດພາກພື້ນຂອງເຮົາ, ໂດຍເນັ້ນຫນັກ ເຖິງຜົນກະທົບ ທີ່ມັນມີ ບໍ່ພຽງແຕ່ຢູ່ເທິງແຜ່ນດິນເທົ່ານັ້ນ, ແຕ່ໃນມະຫາສມຸດ ໃນເຂດພາກພື້ນຂອງເຮົານໍາອີກ.

  • ສະຖານະພາບພູມອາກາດທົ່ວໂລກ.

    06/06/2025 Duración: 08min

    ອົງການອຸຕຸນິຍົມໂລກ (The World Meteorological Organisation) ໄດ້ວາງແຜນການປ່ຽນແປງເຫລົ່ານີ້ ໃນເຂດພາກພື້ນຂອງເຮົາ, ໂດຍເນັ້ນຫນັກ ເຖິງຜົນກະທົບ ທີ່ມັນມີ ບໍ່ພຽງແຕ່ຢູ່ເທິງແຜ່ນດິນເທົ່ານັ້ນ, ແຕ່ໃນມະຫາສມຸດ ໃນເຂດພາກພື້ນຂອງເຮົານໍາອີກ.

  • ມາທຳຄວາມຮູ້ຈັກກັບ Atrial-Fibrillation

    04/06/2025 Duración: 08min

    Atrial-Fibrillation ຫຼື AF ເປັນໂຣກທີ່ຈັງຫວະການເຕັ້ນຂອງຫົວໃຈ ທີ່ປົກກະຕິ ແລະສມ່ຳສເມີ ຖືກປ່ຽນແທນດ້ວຍ ຄວາມວຸ່ນວາຍທາງໄຟຟ້າ ໃນຫ້ອງທາງເທິງຂອງຫົວໃຈ ຊຶ່ງເຮັດໃຫ້ປະສິດທິພາບ ຂອງການສູບເລືອດຂອງຫົວໃຈ ຫລຸດລົງຢ່າງຫລວງຫລາຍ. Atrial-Fibrillation -ຫລື AF- ສາມາດສົ່ງຜົນກະທົບຕໍ່ແຕ່ລະຄົນ ໃນທາງທີ່ແຕກຕ່າງກັນ. AF ຍັງເປັນສາເຫດຂອງ ປະມານຫນຶ່ງໃນສີ່ ກໍຣະນີ ຂອງໂຣກເສັ້ນເລືອດໃນສມອງ (Strokes) ແລະຄວາມສ່ຽງສູງ ຕໍ່ພາວະສມອງເສື່ອມ.

página 1 de 27