Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 62:55:22
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ມັນປອດພັຍບໍ່ທີ່ຈະສົ່ງຢາບ້າໄປຍັງອອສເຕຼເລັຍໂດຍທາງ ອີແອມແສດສ໌?

    17/06/2021 Duración: 04min

    ຢາບ້າຖຶກນຳເຂົ້າປະເທດໂດຍມາວິທີການ. ປະເທດອອສເຕຼເລັບມີການຕໍ່ຕ້ານຢາເສດຕິດຢ່າງເຄັງຄັດແລະໄດຜົນດີ. ວິທີການອັນນຶ່ງທີ່ນຳຢາເສດຕິດມາຍັງອອສເຕຼເລັຍແມ່ນສົ່ງມັນມາທາງ ໄປສະນີແນວໃດແນວນຶ່ງ ດັ່າງຜ່ານ ອີແອມແສດສ໌ ແຕ່ມັນຈະຕລອດປອດ ພັຍບໍ່?

  • ການສັກຢາວັກຊີນ ຟາຍເຊີ ໃນ ສປປລາວ

    17/06/2021 Duración: 07min

    ສປປລາວ ຖຶກບຸກຣຸກໂດຍ ໂຄວິດ-19 ມາຊົ່ວຣະຍະນຶ່ງແລ້ວ ທີ່ໃນວັນທີ 17-6-21 ມີຄົນເປັນ ໂຄວິດ-19 ເຖິງປະມານ 2033 ຄົນແລ້ວທີ່ກໍທະວີຂຶ້ນຕລອດມາຢູ່. ສປປລາວ ໄດ້ຮັບການຊ່ວຍເຫຼືອກ່ຽວັກຍ ໂຄວິດ-19 ຈາກຕ່າງປະເທດມາກມາຍ ເຊັ່ນ ຈາກສະຫະປະຊາຊາດ (ໂຄແວກສ໌) ອອສເຕຼເລັຍ ສະຫະຣັດອະເມຣິກາ ແລະອື່ນໆ. ໃນຂະນະນີ້ ສປປລາວກຳັງຈາັກຢາວັກຊີນ ໂຄວິດ-19 ໂດຍໃຊ້ຢາ ຟາຍເຊີ ຈຳນວນນຶ່ງຢູ່.

  • ຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍ ໜີຈາກ ຍ້ອນກົດເກນຊາຍແດນອອສເຕຼເລັຍ

    17/06/2021 Duración: 07min

    ການທີ່ຣັຖບານອອສເຕຼເລັຍຈະບໍ່ເປີດຊາຍແດນຕໍ່ສາກົນນາໆຊາດ ຈົນກ່ວາຮອດກາງປີ 2022 ເປັນການເຮັດໃຫ້ຄົນຕ່າງປະເທດທີ່ມາ ຢູ່ອອສເຕຼເລັຍຢ່າງຖາວອນລໍຖ້າບໍ່ໄດ້ໃນການຈະໄປຢຽມຢາມຍາດຕິ ພີ່ນ້ອງໃນຕ່າງປພເທດ. ຫຼາຍຄົນໜີໄປຈາກອອສເຕຼເລັຍຢ່າງຖາວອນແລ້ວຫຼືກຳລັງຈະໜີໄປຢູ່. ນີ້ເປັນການສ້າງຄວາມເສັຍຫາຍແກ່ເສຖກິດອອສເຕຼເລັຍທີ່ຕ້ອງການ ແຮງງານທີ່ມີຄວາມສ່ຽວຊານຢູ່ແລ້ວ.

  • ອົງການສາທາຣະນະສຸກໂລກເວົ້າວ່າການສັກຢາວັກຊີນເປັນທາງອອກຈາກວິກິດ ໂຄໂຣນາໄວຣຣັສ

    17/06/2021 Duración: 06min

    ໂຄວິດ-19 ກຳລັງອາຣະວາດໂລກມະນຸດໂດຍນາໆວິທີການຢ່າງແຮງ ໂດຍບໍ່ສມ່ຳສເມີກັນໃນທຸກປະເທດ. ອົງການສາທາຣະນະສຸກໂລກເຫັນວ່າບາງປະເທດຄວບຄຸມພະຍາດດັ່ງ ກ່າວໄວ້ໄດ້ແລະບາງປະເທດມີຢາວັກຊີນກັນ ໂຄວິດ-19 ໂດຍຈຳກັດ. ອົງການສາທາຣະນະສຸກໂລກເຫັນວ່າການມີຢາວັກຊີນນັ້ນຢ່າງສເມີ ພາບກັນຈະເປັນບາດກ້າວໃນຂ້າງໜ້າທີ່ຈະມີປົກກະຕິຄືນໄດ້.

  • ນາຍົກອອສເຕຼເລັຍໄປປະຊຸມກັບຜູ້ນຳຂັ້ນໂລກ

    17/06/2021 Duración: 08min

    ສະກອດ ມໍຣິຊັນ ນາຍົກຣັຖມົນຕີອອສເຼເລັຍໄປປະຊຸມອັນສຳຄັນກັບຜູ້ນຳຂັ້ນໂລກ ນະທີ່ກອງປຸຊມ ຊີ-7 + 3 ໃນປະເທດອັງກິດ. ໃນການໄປແລະກັບທ່ານກໍຈະພົບປະປະຊຸມກັນກັບຜູ້ນຳຂອງປະເທດຕ່າງໆ ເຊັ່ນ ສິງກະໂປ. ການພົບປະປະຊຸມກັນຕ່າງໆນັ້ນລ້ວນແລ້ວແຕ່ເປັນສິ່ງສຳຄັນແທ້ໆ.

  • ການຮັບເດັກໃນຕ່າງປະເທດມາເປັນລູກ

    17/06/2021 Duración: 08min

    ຄົນອອສເຕຼເລັຍຫຼາຍຄົນຢາກເອົາເດັກໃນຕ່າງປະເທດມາເປັນລູກ. ວິທີການອັນນ່ຶງແມ່ນຜ່ານການເອົາມາແຕ່ຕ່າງປະເທດໂດຍເປັນ ທາງການ. ອອສເຕຼເລັຍມີຂໍ້ຕົກລົງເຫັນດີກັນກັບບາງປະເທດເພ່ືອໃຫ້ຄົນກະ ທຳເຊັ່ນນັ້ນໄດ້ ແຕ່ຣະບົບການແມ່ນຍືດຍາວແລະຕ້ອງມີການຕັດ ສິນໃຈອັນໜຽວແໜ້ນ.

  • ຂ່າວສຳຮັບຣະຍະ 12-6-21

    16/06/2021 Duración: 10min

    ຂ່າວຄາວສຳຮັບຣະຍະ 12-6-21 ທີ່ເປັນອັນສົນໃນ ມີຫັຍງແດ່?

  • ການຕ້ອງຫ້າມກ່ຽວກັບ ໂຄວິດ-19 ແມນລ໌ເບີນ ຍັງບໍ່ໜົດແທ້ໆເທື່ອ

    11/06/2021 Duración: 05min

    ການຕ້ອງຫ້າມ ລ໋ອກດາວ ແມນລ໌ເບິນ ແລະຂົງແຄ້ວນໜົດແລ້ວແຕ່ ມີການຕ້ອງຫ້າມຊະນິໃໜ່ມາແທນ. ບັດນີ້ກົດເກນການລ໋ອກດາວນັ້ນຖຶກຍົກເລີກແລ້ວແຕ່ການນາບຂູ່ຈາກ ໂຄວິດ-19 ຍັງມີຢູ່ແທ້ໆຢູ່. ນີ້ພາໃຫ້ມີການຕ້ອງຫ້າມບາງຢ່າງຖຶກນຳມາບັນ. ທ່ານຮູ້ອັນໃດແດ່?

  • ຄົນງານລາວປະສົບການກັບໜູຣະບາດໃນອອສເຕຼເລັຍ

    10/06/2021 Duración: 14min

    ສຳພາດທ່ານ ສີສຸພັນ ຜູ້ນຳແຮງງານກະເສດ. ອອສເຕຼເລັຍເຄີຍມີໜູຣະບາດໃນທົ່ງກະເສດຢູ່ເລື້ອຍໆ ໂດຍສະເພາະໃນຍາມ ເກັບກ່ຽວເຂົ້າຕ່າງໆນາໆ. ໃນເວລານີ້ໜູກຳລັງເກີດແມ່ແຜ່ລູກຣະບາດຂຶ້ນໃນທົ່ງປູກເຂົ້າຕ່າງໆໃນຣັດ ນີວຊາວແວນ ອອສເຕຼເລັຍ. ນີ້ກໍກຳລັງກະຈູ້ກະຈາບລາມໄປຫຼາຍແຫ່ງຢູ່. ໃນນີ້ ການສຳພາດທ່ານ ສີສຸພັນ ຈະນຳພາທ່ານໄປຮູ້ເຫັນວ່າຫັຍງແມ່ນຫັຍງ.

  • ການຄ້າໄທຍ໌ກັບປະເທດຊາຍແດນພູນສຸກ

    10/06/2021 Duración: 03min

    ປະເທດໄທຍ໌ເປັນປະເທດທີ່ສຳຄັນແຫ່ງນຶງໃນພາກພື້ນອາຊາຕາເວັນອອກສ່ຽງໃຕ້ ແລະມີການຄ້າີດກ່ວາຫຼາຍໆປະເທດຂອງທ່ອງຖ່ິນ. ໃນປີນີ້ປາກົດວ່າການຄ້າໄທຍ໌ກັບສີ່ປະເທດບ້ານໃກ້ເຮືອນຄຽງແມ່ນດີຫຼາຍກ່ວາ ຫ້າແນລ້ານ.

  • ສປປລວ ຈະນຳອອກສິນຄ້າກະເສດ 1500ລ້ານ ດອນ ໄປ ສປຈີນ

    10/06/2021 Duración: 05min

    ສປປລາວ ເປັນປະເທດທີມີພົນລະເມືອງບໍ່ຫຼາຍ ແລະຕິດກັບ ສປຈີນ ທີມີພົນລະ ເມືອງບໍ່ຫຼຸດ 1400ລ້ານ ຄົນ ທີ່ມີປາກມີທ້ອງທີ່ຕ້ອງການອອາຫານການກິນມາກ ມາຍຫຼາຍແທ້ໆ. ບັດນີ້ ສປປລາວ ຈະສົງສິ້ນຄ້າກະເສດໃນລາວໄປຍັງພາກນຶ່ງຂອງ ສປຈີນ ເຖິງ ມູນຄ່າ 1500ລ້ານ ດອນ.

  • ສປປລາວ ໄດ້ຢາວັກຊີນ ໂຄວິດ-19 ຟຼີໆອີກແລ້ວ

    10/06/2021 Duración: 05min

    ສປປລາວ ມີພົນລະເມືອງປະມານເຈັດລ້ານຄົນແລະດ້ອຍການພັທນາ. ເຖິງຈະເປັນແນວນັ້ນກໍຕາມ ໂຄວິດ-19 ມັນບໍ່ໄວ້ໜ້າແຕ່ຢ່າງໃດ. ມັນບຸກຣຸກໄປທົວເກືອບທຸກຫົນແຫ່ງແລ້ວຈົນວ່າເປັນມັນແລ້ວເກືອນ ສອງພັນຄົນ. ສາກົນນາໆຊາດກໍພາກັນຊ່ວຍເຫຼືອລາວກ່ຽວກັນ ໂຄວິດ-19 ໂດຍວິການຕ່າງໆ ເຊັ່ນໃຫ້ເງິນຄຳ ຢຸກຢາຕ່າງໆ. ໃນຫ່ວາງນຶ່ງນີ້ ສປປລາວກໍໄດ້ຮັບຢາວັກຊີນ ໂຄວິດ-19 ອີກປະມານ ນຶ່ງແສນເຂັມ.

  • ຈຳນວນຄົນເປັນ ໂຄວິດ-19 ໃນໄທຍ໌

    10/06/2021 Duración: 02min

    ໃນເລານີ້ພົນລະເມືອງໄທຍ໌ມີເກືອຍເຖິງ 50 ລ້ານຄົນ ແລະກຳລັງຖຶກອາຣະວາດ ໂດຍ ໂຄວິດ919 ຢູ່. ປະເທດໄທຍ໌ສະກັດກັ້ນພະຍາດດັ່ງກ່ວາໄດ້ດີແລະປິ່ນປົວຄົນທີເປັນມັນໄດ້ມາກ ມາຍດ້ວຍ. ກ່ຽວກັບເຣື່ອງນີ້ຕ້ອງມອງເບິ່ງສະຖານະພາບ ໂຄວິດ-19 ໃນໄທຍ໌.

  • ຄຳໜັ້ນສັນຢາບໍຣິການຢາວັກຊີນ ໂຄວິດ-19 ແກ່ປະເທດທີ່ທຸກຍາກ

    10/06/2021 Duración: 06min

    ປະເທດອອສເ6ູເລັຍເປັນປະເທດນຶ່ງຈາກປະເທດຈຳນວນນຶ່ງທີ່ໃຫ້ຄຳໜັ້ນສັນຍາ ໃຫ້ເງິນແກ່ໂຄງການ "ໂຄແວກ" ່ ທີ່ມີຈຸດປະສົງບໍຣິການຢາວັກຊີນ ໂຄວິດ-19 ແກ່ປະເທດທີ່ທຸກຍາກລ້ຳບາກຍາກແຄນ. ຣັຖບານອອສເຕັຍເລັຍໃຫ້ສັນຍາວ່າຈະໃຫ້ເງິນນັ້ນເຖິງຫ້າສິບບລ້ານດອນລາແກ່ ໂຄແວກ. ກ່ອນນີ້ອອເຕຼເລັຍກໍໃຫ້ແກ່ ໂຄແວກ ໄປແລ້ວແປດສິບລ້ານດອນ. ນອກນັ້ນອອສເຕັຼຍກໍໃຫ້ເງິນເຖິງຫຼາຍກ່ວາສິບຫ້າລ້ານແກ ສປປລາວ ເພືອຝຶກຫັດພະນັກງານສັກຢາວັກຊິນນັ້ນແລະເພື່ອໄປຊື້ຢາວັກຊີນ ໂຄວິດ-19 ຍີ່ຫໍ໊ ຟາຍເຊີ ນຶ່ງລ້ານເຂັມດ້ວຍ.

  • ຂະແໜງການດູແລຄົນແກ່ສະຣາຖຶກໄຈ້ດູເບິ່ງ

    10/06/2021 Duración: 04min

    ຣັກວິກຕໍເຣັຍຈະເລັ່ງລັດການສັກຢາວັກຊິນ ໂຄວິດ-19 ສຳຮັບ ພະນັກງານການດູແລຄົນສະຣາແລະພິການ ຢ່າງຮີບດ່ວນຫ້າມື້. ໂຄວິດ-17 ອາຣະວາດສະຖານທີ່ການດູແລຄົນແກສະຣາອີກ ໃໜ່ໃນວ່ານຶ່ງນີ້. ນີ້ພາໃຫ້ມີການໄຈ້ດູເບິ່ງວຽກງານຂອງຣັຖບານອອສເຕຼເລັຍກ່ຽວ ກັບພະຍາດດັ່ງກ່າວແລະກິຈການການດູແລຄົນສະຣາແລະພິການ ດ້ວຍ.

  • ເບັ້ຍພັຍພິບັດ ລ໋ອກດາວ ສຳຮັບຄົນວິກຕໍເຣັຍ

    10/06/2021 Duración: 06min

    ຣັກວິກຕໍເຣັຍຖຶກ ໂຄວິດ-19 ບຸກຣຸກມາເປັນຮວດໆເຖິງສີ່ຄັ້ງແລ້ວ ແລະ ລ໋ອກດາວ ແຕ່ຣະຄັ້ງເສັຍຮ້າຍຮອບດ້ານຮອບແນວ ທີ່ໃນນີ້ ມີດວຍຄົນມີບັນຫາຕ່າງໆກັບເງິນຄຳ. ຍ້ອນແນວນີ້ຣັຖບານອອສເຕຼເລັຍໃຫ້ເບັ້ຍລ້ຽງບາງຢາງແກ່ຄົນ ໃນຣັດດັ່ງກ່າວຢູ່.

  • ຜູ້ຍິງບໍ່ມີເງິນບຳນານສ່ວນໂຕເທົ່າກັບຂອງຜູ້ຊາຍ

    10/06/2021 Duración: 06min

    ອີງຕາມ "ອິນດັສທຼີ ສຸບເປີ" ຜູ້ຍິງໃນອອສເຕຼເລັຍໄປບຳນານໂດຍມີເງິນ ພຽງແຕ່ສອງສ່ວນສາມຂອງເິງນບຳນານຂອງຜູ້ຊາຍ. ບັດນີ້ມີການຮຽກຮ້ອງຕ້ອງການໃຫ້ມີການເສັຍຄ່າກອງເງິນສຳບຳນານເມື່ອ ຜູ້ຍິງຜັກການເພື່ອລ້ຽງດູລູກ. ວ່ານີ້ແມ່ນເພື່ອເຮັດໃຫ້ເງິນບຳນານສ່ວນໂຕຂອງຜູ້ຍິງແລະຜູ້ຊາຍເທົ່າທຽມກັນ.

  • ຂາວສຳຮັບຣະຍະ 05-6-21

    10/06/2021 Duración: 12min

    ຂ່າວຄາວທີ່ເປັນສິ່ງຄວນຮູ້ໃນຣະຍະ 05-9-21.

  • ໄທຍ໌ຜະຣິດຢາວັກຊີນ ໂຄວິດ-19 ອາສຕຼາຊີນິກາ ສຳເຣັດ

    10/06/2021 Duración: 04min

    ໃນໂລກນີ້ມີຢາວັກຊີນ ໂຄວິດ-19 ບໍ່ເທົ່າໃດຍ່ີຫໍ້ເພາະການຄົ້າຄົ້ວຜະຣິດຢາດັ່ງກ່າວ ອອກມາລົ້ມເຫຼວໄປແລ້ວອັນ. ບັດນີ້ປະເທດໄທຍ໌ຜະລິດຢາວັກຊີນ ໂຄວິດ-19 ຍີ່ຫໍ້ອາສຕຼ່າຊີນິກາ ອອກມາບໍ່ຣິ ການສຳເຣັດແລ້ວ.

  • ພະຍາດ "ລຳປີ ສະກິນ" ຣະບາດຂຶ້ນໃນ ສປປລາວ

    10/06/2021 Duración: 05min

    ໃນເວລານີ້ພະຍາດ "ລຳປີ ສະກິນ" ກຳລັງແຜ່ຣະບາດຂຶ້ນໃນ ສປປລາວ. ມັນເປັນຢາດທີ່ບໍ່ຢາປິ່ນປົວໄດ້ເທື່ອ. ກ່ອນນີ້ມັນບຸກຣຸກເຂດນ້ຳແດນດິນໄທຍ໌ແລະນິ້ກໍກຳລັງມີຢູ່ໃນເວລານີ້.

página 20 de 26