Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 61:33:50
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ຕຳຣວດຈະເອົາເຣື່ອງຄົນແຜ່ຜາຍ ໂຄວິ-19

    13/05/2021 Duración: 05min

    ມີການກ່າວຫາແລະຊ່າວ່າຄົນທີ່ລັກຣອບເຂົ້າໄປ ສປປລາວ ເປັນຜູ້ແຜ່ຜາຍ ໂຄວິດ ຂຶ້ນໃນລາວຂອງຫ່ວາງນີ້ແລະຕຳຣວດຈະເອົາເຣື່ອງກັບພວກດ່ັ່ງແລະ ຜູ້ທີຊຸກຊ້ອນຄົນດັ່ງກ່າວໄວ້ດ້ວຍ ແຕ່ມັນເປັນການກະທຳອັນຖຶກຕ້ອງຫຼືບໍ່?

  • ສະຫວັນນະເຂດປົດນາຍບ້ານເມືອງໄກສອນຍ້ອນຫັຍງ?

    13/05/2021 Duración: 03min

    ໃນ ສປປລາວ ມີ ການຕ້ອງຫ້າມ ໂຄວິດ-19 ທົ່ວປະເທດຍອນພະຍາດ ດັ່ງກ່າວຮອບສອງຣະບາດຢູ່. ແຕດ້ວຍເຫດໃດນາຍບ້ານເມືອງໄກສອນຖຶກປົດອອກຈາກໜ້າທີ່ການ?

  • ງົປມາອອສເຕຼເລັຍ 2021-22 ຈະຖຶກປົກກວມໂດຍ ວິກິດ ໂຄວິດ-19.

    13/05/2021 Duración: 06min

    ງົບປະມານ 2020-21 ຂອງຣັຖບານອອສເຕຼເລັຍຈະຖຶກປົກຫຸ້ມໂດຍວິກິດ ໂຄວິດ-19 ແຕ່ການຈາບຂູ່ດ້ານສຸຂພາບນັ້ນຈະກະທົບກະເທືອນຍ້ອນມັນຈະແມ່ນການສັກຢາປ້ອງກັນ ໂຄວິດບ19 ພຸ້ນ. ການຂົນນຳສົ່ງຢາວັກຊີນ ໂຄວິດ-19 ບັນຫາການມີຢານັ້ນ ການລັ່ງເລໃຈຈະໄປໃຫ້ສັກຢາ ນັ້ນໃຫ້ ເປັນສິ່ງທີ່ສ້າງບັນຫາແກ່ທ່ານນາຍຄັງໃຫຍ່ອອສເຕຼເລັຍ. ແລະກະທັ້ງການທີ່ເສຖກິດໂດຍທົ່ວໄປຂອງອອສເຕຼເລັຍຟຶ້ນໂຕດີຄືນໄດ້ັນັ້ນຍັງແຂງແຮງ ດີຢູ່ກໍຕາມ ບາງຂະແໜງຂອງເສຖກິດນັ້ນຍັງອາໄສການສັກຢາວັກຊີນນັ້ນຢູ່ເພື່ອຈະເອົາ ໂຕລອດໄດ້.

  • ອອສເຕຼເລັຍຈະວາງຈຳນວນຄົນຕ່າງປະເທດທີ່ຈະມາຢູ່ອອສເຕຼເລັຍໄວ້ໃນອົປມານ 21-22 ບໍ່?

    13/05/2021 Duración: 05min

    ຈຳນວນຄົນຕ່າງປະເທດທີ່ໄດ້ມາຢູ່ອອສເຕຼເລັຍຢ່າງຖາວອນຕົກຕ່ຳລົງມາກມາຍ ໃນຣະຍະວິກິດ ໂຄວິດ-19 ຈົນເຖິງຂັ້ນຫຼົບທີ່ບໍ່ເຄີຍມີມາກ່ອນຕໍ່ແຕ່ພາຍຫຼັງສົງ ໂລກ5ັງທີສອງ. ນັ້ນເປັນການເສັຍຫາຍເສຖກິດອອສເຕຼເລັຍມາກມາຽໂດຍມີວິກິດຂາດເຂີນລູກ ຈ້າງທີ່ຄວາມສ່ຽວຊານແລະການເຕີບໂຕຂອງມົນລະເມືອງຄົງຈະລ້າຊາລົງໃນອານາຄົດ. ຜູ້ສ່ຽວຊານທັງຫຼາຍເວົ້າວ່າມັນບໍ່ແມ່ນແຕ່ເສຖກິດທີ່ຈະໄດ້ຮັບຄວາມເສັຍຫາຍແຕ່ສວນ ປະກອບຂອງວັທນະທັມຂອງສັງຄົມອອສເຕຼເລັຍນຳດ້ວຍ.

  • ສປປລາວ ຕິດຕັ້ງ 300 ຕຽງສຸກເສີນຮັບມືກັບ ໂຄວິດ-19

    13/05/2021 Duración: 05min

    ຍ້ອນ ໂຄວິດ-19 ຮອບສອງວີ້ຂຶ້ນທົ່ວຜືນແຜນດິນລາວ ບັດນີ້ທາງການ ສປປລາວ ນຳເອົາຕຽງສຸກເສີນມາຕິດຕັ້ງ ໄວ້ເພື່ອຮັບມີກັບຄົນຈະທີ່ເປັນພະຍາດດັ່ງກ່ວາລົ້ນໂຮງພະ ຍາບານ.

  • ສປປລາວ ຕໍ່ອອກ ລ໋ອກດາວ 15​ ມື້

    13/05/2021 Duración: 05min

    ໂຄວິດ-19 ບຸກຣຸກ ສປປລາວ ໄປທົ່ວເກືອບຫົນແຫ່ງແລ້ວ. ກ່ອນນີ້ມີ ລ໋ອກດາວ ແລ້ວແຕ່ປັດນີ້ຕ້ອງຕໍ່ມັນອອກ 15 ມື້ ເພື່ອສະກັດກັ້ນພະຍາມດັ່ງກາວ.

  • ແພດສ່ຽວຊານຈີນແລະວຽດມາຮອດວຽງຈັນເພື່ອຕໍ່ສູ້ ໂຄວິດ-19.

    13/05/2021 Duración: 06min

    ໂຄວິດ-19 ຮອບສອງບຸກຣຸກ ສປປລາວ ຢູ່ໃນເວລານີ້ຈົນວ່າ ໜ່ວຍແພດຜູ້ສຽວຊານ ສປຈີນ ແລະວຽດນາມມາຮອດວຽງ ຈັນແລ້ວເພື່ອຊົດຊ່ວຍຕໍ່ຕ້ານພະຍາດດັ່ງກ່າວນັ້ນ.

  • ຂ່າວສຳຮັບຣະຍະ 10-5-21

    13/05/2021 Duración: 11min

    ຂ່າວຄາວທີ່ເປັນທີ່ສົນໃຈສຳຮັບຣະຍະ 10-5-21.

  • ຊີ7 ປະນາມ ສປຈີນແລະຣັດເຊັຍ

    13/05/2021 Duración: 07min

    ກອງປະຊຸມໃຫຍ່ຂອງ ຊີ7 ແລະປະເທດ່ີທຖຶກເຊື້ອເຊີນເຂົ້າຮ່ວມ ປະນາມປະເທດ ສປຈີນ ແລະຣັດເຊັຍກ່ຽວກັບພຶດຕິການຫຼາຍຢ່າງ. ກອງປະຊຸມນັ້ນຖຶກຈັດຂຶ້ນໃນກຸງ ລອນດອນ ່ີທກໍຶຖກກະທົບກະເທືອນ ໂດຍຜູ້ຕາງໜ້າຂອງປະເທດອິນເສັຍທີ່ເປັນ ໂຄວິດ-19 ເມື່ອມີກອງ ກະຊຸມກັນນັ້ນຢູ່.

  • ໂຄງການການມາຢູ່ອອສເຕຼເລັຍໂດຍມີຄວາມສ່ຽວຊານແລະວິທີການເພື່ອຢູ່ຢ່າງຖາວອນ

    13/05/2021 Duración: 09min

    ໃນແຕຣະປີ ອອສເຕຼເລັຍມີໄວ້ບໍ່ຣິການວີຊາຈຳນວນນຶ່ງໄວ້ໃຫ້ເພື່ອ ຈະຢູ່ໃນອອສເຕຼເລັຍຢ່າງຖາວອນ. ການໃຫ້ຢູ່ນັ້ນອີງໃສ່ສັງຄົມ, ການເມືອງແລະເສຖກິດຂອງອອສເຕຼເລັຍ. ໃນປີ 2020 ການໃຫ້ຢູ່ນັ້ນແມ່ນໃຫ້ຢູ່ຢ່າງມາກມາຍແຕ່ສຳຮັບປັດຈຸບັນ ນີ້ແມ່ນ 160 000 ຄົນ.

  • ອອສເຕູເລັຍຕຽມພ້ອມຈະວາດແຕ່ງກົດໜາຍຕໍ່ຕ້ານການນາບຂູ່ເພື່ອຄວບຄຸມກັນແລ້ວບໍ່?

    13/05/2021 Duración: 05min

    ໃນອອສເຕຼເລັຍ ຜູ້ຍິງສ່ວນໃຫຍ່ມາກມາຍຖືກຄາດຕະກັມຕາຍ ໂດຍຄູ່ຂອງພວກຂະເຈົ້າແມ່ນຍ້ອນການນາບຂູ່ເພື່ອຄວບຄຸມກັນ. ການເຮັດໃຫ້ການນາບຂູ່ກັນເປັນການຣະເມີດກົດໜາຍເປັນເຣື່ອງ ລາວທົ່ວອອສເຕຼເລັຍຢູ່ກ່ຽວກັບວ່າອອສເຕຼເລັຍມີຄວາມຕຽມພ້ອມ/ ຈະວາດແຕ່ງກົດໜາຍນັ້ນແລ້ວຫຼືບໍ່?

  • ກົດຈາຣະຈອນໃນອອສເຕຼເລັຍທີ່ຄວນຮູ້ແຕ່ບໍ່ຄ່ອຍຮູ້

    13/05/2021 Duración: 08min

    ຍ້ອນອອສເຕຼເລັຍມີແປດຣັດໂດຍທີ່ແຕ່ຣະຣັດມີກົດຈາຣະຈອນຂອງຕົນເອງ ເລີຍພາໃຫ້ມີກົດຈາຣະຈອນບາງອັນເປັນສິ່ງທີ່ຄົນຮູ້ຈັກນຳແຕ່ຄວນຮູ້ ດັ່ງວ່າ ໃນຣັດຕັສມາເນັຍ ມັນເປັນການຣະເມີດກົດເກນການຂັບຍານພາຫະທີ່ຜູ້ຂັບ ຈະໃຊ້ ແອບປ໌ ແຜນທີ່ໃນໂທຣະສັບມືຖືເມ່ື່ອຂັຍຢູ່ ແລະໃນຣັດນີວຊາວແວນລ໌ ຖ້າຂ້າມທາງຊ້າຈະຖຶກປັບໃໜ 66 ດອນ.

  • ຂ່າວສຳຮັບຣະຍະ 08-5-21

    13/05/2021 Duración: 12min

    ມີຂ່າວຫັຍງແດ່ສຳຮັບຣະຍະ 08-5-21

  • ເບິ່ງສິ່ງທີ່ເຈົ້າເຮັດໃຫ້ຂ້ອຍກະທຳ

    07/05/2021 Duración: 01min

    ເບິ່ງສິ່ງທີ່ເຈົ້າເຮັດໃຫ້ຂ້ອຍກະທຳ

  • ອາຫານທະເລໄທຍ໌ຖຶກຂາຍໄປ ສປປລວ ໄດ້ແລ້ວບັດນີ້

    06/05/2021 Duración: 06min

    ໃນຫ່ວາງກ່ອນນີ້ພັກຣັດ ສປປລາວ ຕ້ອງຫ້າມບໍ່ໃຫ້ອາຫານທະເລໃນໄທຍ໌ ເຂົ້າໃນລາວຍ້ອນວ່າຢ້ານກົວວ່າ ໂຄວິດ-19 ຈະໄປຕິດແປດໃສ່ຄົນໃນລາວ ແຕ່ພາຍຫຼັງການເຈຣະຈາກັນຍາວນານເຕີບ ບັດນີ້ອາຫານທະເລນັ້ນເຂົ້າໄປ ໃນລາວໄດ້ແລ້ວໂດຍຕ້ອງກະຕິບັດຕາມກົດເກນຈຳນວນນຶ່ງ.

  • ຜູ້ຖຶກພັຍເຂື່ອນເຊປຽນ-ເຊນ້ຳນ້ອຍຕແກໃສ່ ຈຸນຶ່ງອີກ ໄດ້ຮັບເຮືອນຈັດສັນ

    06/05/2021 Duración: 04min

    ຝາເຂື່ອນດ້ານເທິງຂອງເຂື່ອນໄຝຟ້າເຊປຽນ-ເຊນ້ຳນ້ອຍພັງລັ່ງນ້ຳໃສ່ໃນຫ່ວາງກ່ອນນີ້ ໄດ້ສ້າງຄວາມເສັຍວາຍວອດຈໃສ່ຄົນທັງຫຼາຍແລະທຸກສິ່ງທຸກຢ່າງມາກມາຍ ແລະຕໍ່ມາ ໂດຍຊ້າໆຜູ້ທີ່ຖຶກພັຍນັ້ນໄດ້ຮັບເຮືອນຈັດສັນເປັນການຊົດເຊີຍແລ້ວເປັນຂັ້ນໆແລະຊ້າໆ.

  • ສປປລາວ ລ໋ອກດາວກັນ ໂຄວິດ-19 ທົ່ວປະເທດແລ້ວບັດນີ້

    06/05/2021 Duración: 06min

    ພະຍາດ ໂຄວິດ-19 ແຜ່ຣະບາດຮ້າຍແຮງຂຶ້ນໃນ ສປປລາວ ຢູ່ຕລອດມາຊົ່ວຣະຍະນຶ່ງແລ້ວ ແລະບັດນີ້ທຸກແຂວງໃນລາວຖຶກສັ່ງໃຫ້ລ໋ອກດາວແລ້ວ ແຕ່ປາກົດວ່າຈຳນວນຄົນເປັນພະຍາດ ດັ່ງກ່າວຍັງທະວີຂຶ້ນຢູ່.

  • ການເຜົາສົບຄົນຕາຍໃນອອສເຕຼເລັຍເຮັດກັນແນວໃດ?

    06/05/2021 Duración: 13min

    ສຳພາດ : ທ່ານ ພຸດ ມິ່ງສຸພັນ ການຕາຍເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້. ເມື່ອຕາຍແລ້ວຊາກສົບກໍຖຶກສະນະກິດສົບຕາມຄວາມສາມາດແລະ ຕາມການເຊື່ອຖືຂອງຜູ້ທີ່ໜົດອາຍະແລະ/ຫຼືຜູ້ໃກ້ຊິດທີຍັງມີຊີວິດຢູ່. ແຕ່ໃນອອສເຕຼເລັຍ ຈາກການປະສົບການຂອງບາງຄົນນັ້ນ ແມ່ນກະຖຶກ ທຳກັນແບບໃດແທ້?

  • ຂ່າວໃນຣະຍະ 03-5-21

    06/05/2021 Duración: 11min

    ຂ່າວສຳຮັບຣະຍະ 03-5-21

  • ຄົນທີ່ອ່ອນແອໃນອອສເຕຼເລັຍ ຄົນບາງ ຍັງລໍຄອຍຈະຖຶກສັກຢາວັກຊີນ ໂຄວິດ-19 ຢູ່

    06/05/2021 Duración: 08min

    ຄົນໃນອອສເຕຼເລັຍຫຼາຍກ່ວາສອງລ້ານຄົນບຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ແລ້ວ ຕາມໂຄງການສັກຢາດັ່ງກ່າວແຕ່ນັ້ນນຍັງລ້າຊ່າໂດຍມີຄົນທີ່ອ່ອນແອຍັງຕ້ອງລໍຄອຍ ຢູ່ຕໍ່ໆໄປຢູ່. ແລະກໍມີການກົດດັນຣັຖບານອອສເຕຼເລັຍຫຼາຍຂຶ້ນໃຫ້ຊົດຊ່ວຍຄົນອອສເຕຼເລັຍ ເກົ້າພັນປາຍຄົນທີ່ຄ້າງຄາຢູ່ໃນປະເທດອິນເດັຍດ້ວຍ.

página 21 de 26