Informações:
Sinopsis
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episodios
-
ຈະຢຶມເງິນໂດຍມີຄວາມຮັບຜິດຊອບດີແບບໃດກັນ?
06/05/2021 Duración: 05minຮັ້ຖບານອອສເຕຼເລັຍກຳລັງມີຈຸດປະສົງຜ່ອນຜັນກົດໜາຍກ່ຽວກັບການຢືມເງິນ ໂດຍຫວັງວ່ານັ້ນຈະເປັນການສົ່ງເສີມເສຖກິດອອສເຕຼເລັຍ ແຕ່ຜູ້ສ່ຽວຊານທັງ ຫຼາຍບອກເຕືອນວ່າ ບັດນີ້ ມັນເປັນສິ່ງສຳຄັນກ່ວາເມື່ອໃດໆທີ່ຈະຢືມເງິນໂດຍມີ ຄວາມຮັບຜິດຊອບດີ.
-
-
ສປຈີນ ບໍຣິຈາກຢາວັກຊີນ ໂຄວິດ-19 ໃຫ້ ສປປລາວ ຫຼາຍຕື່ມ
06/05/2021 Duración: 02minສປປຈີນ ເປັນ5ັງໃໜ່ອີກສົ່ງຢາວັກຊີນ ໂຄວິດ-19 ໄປໃຫ້ ສປປລາວ ເພື່ອສະກັດກັ້ນການແຜ່ຣະບາດ ໂຄວິ-19 ຮອບສອງໃນຜືນແຜ່ນດິລາວ. ການກະທຳນີ້ບໍ່ແມ່ນ5ັງດ່ຽວຍ້ອນໄດ້ກະທຳມາກ່ອນແລ້ວ. ນອກນັ້ນ ສປປລາວ ກໍໄດ້ຢານັ້ນຈາກ ໂຄວັກ ຂອງອົງການສາທາຣະນະ ສຸກໂລກດ້ວຍ.
-
ຄົນງານລາວໃນໄທຍ໌ທີ່ຜິດກົດໜາຍກັບປະເທດໄດ້ແລ້ວບັດນີ້
06/05/2021 Duración: 04minໂຄວິດ-19 ຮອບສອງກຳລັງອາຣະວາດ ສປປລາວ ຢ່າງວ່ອງໄວຈົນມີລ໋ອກດາວ. ພາຍຍຫຼັງ ສປປລາວ ເຈຣະຈາກັບໄທຍ໌ໄດ້ ບັດນີ້ ທາງການ ສປປລ/າວ ປ່ອຍໃຫ້ ຄົນງານລາວໃນໄທຍ໌ກັບຄືນສູ່ຖິ່ນເດີມໄດ້ແລ້ວ.
-
ວຽງຈັນຈັນງ່ຽບເຫົງາຍ້ອນລ໋ອກດາວ
06/05/2021 Duración: 06minພະຍາດ ໂຄວິດ-19 ຮອບສອງທີຣະບາດຂຶ້ນໃນ ສປປລາວ ເຮັດໃຫ້ມີ ລ໋ອກດາວໃນລາວຈົນວ່າວຽງຈັນງ່ຽບເຫົງາໄປໜົດ. ແລະການຣະບາດນັ້ນກໍຍັງຄືບເມືອໜ້າຢູ່.
-
ການຮຽກຮ້ອງທະວິຂຶ້ນໃຫ້ເຮັດເປັນສິ່ງຜິດກົດໜາຍໃນອອສເຕຼເລັຍການນາບຂູ່ເພື່ອຄວບຄຸມກັນ
06/05/2021 Duración: 12minຜູ້ທີ່ຫວິ້ງເຕັ້ນຕໍ່ຕ້ານຄວາມຮຸນແຮງພາຍໃນບ້ານເຮືອນກຳລັງຮຽກຮ້ອງຕ້ອງການ ໃຫ້ເຮັດໃຫ້ການຄວບຄຸມກັນໃນບ້ານເຮືອນ ທີ່ເລື້ອຍໆໄປເປັນສິ່ງທີ່ສ້າງຄວາມຮຸນ ແຮງໃນດ້ານຮ່າງກາຍຂຶ້ນໃສ່ການທີ່ມີຄວາມສຳພັນກັນ. ແຕ່ພະນັກງານການຄ້ຳຈູນ ຕ່າງໆເວົ້າວ່າຊ່ອງຫ່ວາງໃນກົດໜາຍແລະໃນກິຈການຕ່າງໆລົ້ມເຫຼວຜູ້ທີຖືວີຊາຊົ່ວ ຄາວຖຶກພັຍ.
-
ຈະເຮັດແນວໃດເພື່ອຫາເອົາວີຊາເຮັດວຽກຢູ່ໃນອອສເຕຼເລັຍຫຼັງຈາກຮຽນຈົບແລ້ວ?
05/05/2021 Duración: 06minຣັຖບານອອສເຕຼເລັຍຜ່ອນຜັນກົດເກນການຮ້ອງຂໍແລະກົດເກນກ່ຽວກັບວີຊາ ສຳຮັບນັກຮຽນຕ່າງປະເທດແລ້ວເພື່ອເຮັດໃຫ້ແນ່ວ່າອອສເຕຼເລັຍຍັງຈະເປັນຈຸດ ຣະດັບເອກສຳຮັບນັກຮຽນຕ່າງປະເທດຈະມາຮ່ຳຮຽນ. ບັດນີ້ໂດຍມີໄວ້ວີຊາຊົວຄາວສຳຮັບນັກຮຽນທີ່ຮຽນຈົບແລ້ວ, ນັກຮຽນນັ້ນມີໂອ ກາດຢືດຢື້ເຖິງການຢູ່ໃນອອສເຕຼເລັຍໄດ້ເພື່ອຈະມີການປະສົບການກັນວຽກເຮັດ ງານທຳແລະຊອກຫາເອົາວິທີທາງຢູ່ໃນອອສເຕຼເລັຍຢ່າງຖາວອນໄດ້.
-
ການຂາຍສິນຄ້າອອສເຕຼເລັຍອອກປະເທດພິສູດວ່າທົນທານກັບພິກັດພາສີຂອງ ສປຈີນ
05/05/2021 Duración: 06minອຸສຫະກັມອອສເຕຼເລັຍ່ີທຖຶກກະທົບກະເທືອນໂດຍການຂວາງກັ້ນຕ່າງໆຂອງ ສປຈີນ ປາກົດວ່າຕ້ານຜົນສະທ້ອນອັນຮ້າຍແຮງໄດ້. ໜັງສືລາຍງານໃໜ່ອັນນຶ່ງສເນີວ່າບໍຣິສັດຂາອອກປະເທດສ່ວນໃຫຍ່ຂອງ ອອສເຕຼເລັຍ ຍົກເວັ້ນເຫຼົາໜາກໄມ້ແລະຊີນງົວ ມາມາດຫາໄດ້ຕລາດອື່ນແທນ. ເມື່ອທີ່ທຸຣະກິດອອສເຕຼເລັຍຕ່າງໆເວົ້າວ່າສິນຄ້າຂອງພວກຂະເຈົ້າຖຶກນຳໄປຂາຍ ໃນແຫ່ງອື່ອນແທນການໄປ ສປຈີນ ແມ່ນມັນບໍ່ໄດ້ຣາຄາດີດັ່ງໄປຈີນ.
-
ອອສເຕຼເລັຍເຂັ້ມແຂງຖານທັບ
05/05/2021 Duración: 05minສະກອດຕ໌ ມໍຣິຊັນ ນາຍົກຣັຖມົນຕີອອສເຕຼເລັຍເປີດເຜີຍອອກມາແລ້ວ ໂຄງການມູນຄ່າຫຼາຍພັນລ້ານດອນລາເພື່ອປັບປຸງຖານທັບຕ່າງໆຂອງ ອອສເຕຼເລັຍທີ່ ດາກວິນ ແຕ່ທ່ານປິຕິເສດວ່າມນັນບໍ່ແ່ມນແນໃສ່ ສປຈີນ. ໂຄງການມູນຄາ 757 ລ້ານດອນລານັ້ນຈະຖຶກຈັບຈ່າຍໃ່ສຖານການຝຶກຊ້ອມ ສີ່ແຫ່ງທີ່ສາມາດຖຶກນຳໃຊ້ໂດຍສຳພັນທະມິດທີ່ສຳຄັນດັ່ງສະຫະຣັດອະເມຣິກາ.
-
ການສເລີມສລອງປີໃໜ່ລາວ 2564 ໃນອອສເຕຼເລັຍ
14/04/2021 Duración: 17minປີນີ້ 2564 ເປັນນປີຍຫຸ້ງຍາກຮອບດ້ານໂດຍສະເພາະຍ້ອນວິກິດ ໂຄວິດ-19 ແຕ່ຊຸມຊົນຊາວລາວໃນອອສເຕຼເລັຍກໍພາກັນສເລີມສລອງປີໃໜ່ນັ້ນເປັນພິເສດ. ດັ່ງການສຳພາດທ່ານ ເດດ ສີແສງຣັດ ປະທານປະຊາສຳພັນສະມາຄົມສົ່ງເສີມຊຸມ ຊົນລາວໃນຣັດນວີຊາວແວນລ໌ ອອສເຕຼເລັຍ ດັ່ງຕໍ່ໄປນີ້.
-
ການສເລີມສລອງປີໃໜ່ 2564 ທີ່ຫຼວງພະບາງ.
14/04/2021 Duración: 05minການສເລີມສລອງປີໃໜ່ 2564 ທີ່ເມືອງຫຼວງພະບາງ ສປປລາວ ສຳຮັບ ປີນີ້ຖຶກຈັດຂຶ້ນແບບໃດ ນອກຈາກວ່າພິເສດຜິດປົກກະຕິ?
-
ຊາວປະໂມງລາວກັບການເປັນຄົນດັງພາຍຫຼັງຊ່ວຍຄົນຈາກເຮືອຈົມອ່າງນ້ຳງຶ່ມ.
14/04/2021 Duración: 04minຊາວຫາປາຄົນນຶ່ງທີ່ກຳລັງຫາປາຢູ່ໄດຍິນສຽງຮ້ອງ່ວາເຮືອຈົມນ້ຳ ເລີຍຟ່າວແລ່ນເຮືອໄປຫາທີ່ເກີດເຫດແລະໂດດລົງນ້ຳໄປຊ່ວຍຄົນ ໄວ້ຈຳນວນນຶ່ງ. ບັດນີ້ການກະທຳນັ້ນເຮັດໃຫ້ຜູ້ກ່ຽວໂດ່ງດັງໃນດ້ານ ອອນລາຍ ໃນ ສປປລາວ ແລ້ວ.
-
ນາຍົກໄທຍ໌ໂທຫາລືກັບນາຍົກໃໜ່ຂອງ ສປປລາວ
14/04/2021 Duración: 04minພາຍຫຼັງທີ່ ສປປລາວ ມີຄະນະຜູ້ນຳໃໜ່ມາຊົ່ວຣະຍະອັນບໍ່ດົນນານນາຍົກ ຣັຖມົນຕີໄທຍ໌ໂທໂອ້ລົມກັນກັບນາຍົກຄົນໃໜ່ຂອງ ສປປລາວ ເພື່ອເປັນ ການລື້ງແກ່ນກັນແລະເພື່ອສຳພັນມັຍຕີ້ກັນຮອບດ້ານດ້ວຍ.
-
ຄົນລາວຫາເອົາການສັກຢາວັກຊີນ ໂຄວິດ-19 ໂດຍວິທີໃດ?
14/04/2021 Duración: 08minThe Kovid-19 vaccination in Australia is underway For a while now But getting that shot depends on volunteering and searching By many. One of the ways that a Lao man was given that shot was by means of One that Mr. Bounthavongya will bring to you in the next step.
-
ມີການກົດດັນໃຫ້ແກ້ໄຂການຂາດເຂີນຜູ້ຕາງໜ້າຄົນອາຊີໃນການເມືອງອອສເຕຼເລັຍ.
14/04/2021 Duración: 06minມີການຂາດເຂີນຜູ້ຕາງໜ້າຄົນອາຊີໃນທຸກຂັ້ນການເມືອງອອສເຕຼເລັຍ ເມື່ອທີ່ພວກດັ່ງກ່າວຫຼາຍຄົນມີຄວາມສຳເຮັດຫຼາຍ ແຕ່ພວກຂະເຈົ້າບໍ່ ຫາເອົາຕ່ຳແໜ່ງການນຳພາໃນຣັຖບານຕ່າງໆໃນອອສເຕຼເລັຍຕາມອັດ ຕາສ່ວນຂອງຈຳນວນຄົນອາຊີໃນອອສເຕຼເລັຍ. ບັດນີ້ມີການເຄື່ອນໄຫວມ້າງເພສິ່ງທີ່ຂີດກັ້ນການທີ່ມີການຂາດເຂີນນັ້ນ ແລ້ວ.
-
ພະນັກງານນາໆວັທນະທັມສຳຮັຍສຳຫຼວດມົນລະເມືອງຕຽມຊຸມຊົນສຳຮັບການສຳຫຼວດ 2021.
14/04/2021 Duración: 09minການສຳຫຼວດພົນລະເມືອງອອສເຕຼເລັຍຈະມີຂຶ້ນໃນວັນທີ 10 ສິງຫາ 2021 ໂດຍທີຄຳຖາມຈະເປັນພາສາອັງກິດໜົດແລະຈຳຕ້ອງຖຶກຕອບ ເປັນພາສອັງກິດເທົ່ານັ້ນ. ອອສເຕຼເລັຍເປັນປະເທດນາໆວັທນະທັມແລະນາໆພາສາ. ດ້ວຍເຫດນີ້ມີການຈ້າງຄົນມາເປັນພະນັກງານນາໆວັທນະທັມເພື່ອຊົດ ຊ່ວຍປະກອບການສຳຫຼວດນັ້ນໃຫ້ເປັນໄປຢ່າງຖຶກຕ້ອງແລະຄວາມຕ້ອງ ການ..
-
-
ມິສເວີນດ໌ລາວຖຶກປົດ
14/04/2021 Duración: 05minສປປລາວສົ່ງນາງງາມຂອງຕົນເຂົ້າປະກວດໃນເວທີສາກົນຫຼາຍ ຄັ້ງມາແລ້ວ. ໃນຫ່ວາງນຶ່ງນີ້ ສປປລາວ ຄັດເລືອກໄດ້ ມິສເວີນດ໌ 2021 ຂອງຕົນ ແຕ່ຕໍ່ມາບໍ່ເທົາໃດເວລາກໍ່ປົດນາງງາມນັ້ນ. ດ້ວຍເຫດໃດກັນແທ້?
-
ອາຊຽນ ຈະປຶກສາກັນກ່ຽວກັບວິກິດການເມືອງພະມ້າບໍ່?
14/04/2021 Duración: 03minພາຍຫຼັງການເລືອກຕັ້ງແຫ່ງຊາດພະມ້າຈົບສິ້ນລົງໄປຊົ່ວຣະຍະນຶ່ງແລ້ວ ກອງກັບພະມ້າຢຶດອຳນາດການປົກແລ້ວເກິດມີການປະທ້ວງກອງທັບ ພະມ້າໃນປະເທດພະມ້າແລະໃນຂັ້ນສາກົນນາໆຊາດ. ບັດນີ້ປະທານ ອາຊຽນ ຮຽກໃຫ້ສະມາຊິກ ອາຊຽນ ຈ່ົ່ງປະຊຸມປຶກສາຫາ ລືກັນກ່ຽວກັບວິກິດການເມືອງພະມ້າ ແຕ່ກອງປະຊຸມນັ້ນຈະມີຂຶ້ນບໍ່?
-
ນາໆປະເທດໂຕ້ຕອບສາຍພົວພັນກັນຣະຫ່ວາງຢາວັກຊີນ ອັສຕຼີຊີນິກາ ແລະເລືອດກ້າມໃນຮ່າງກາຍ.
13/04/2021 Duración: 08minທາງການຢາຢູໂຣບຍັງຢຶດໜັ້ນວ່າຢາວັກຊີນ ໂຄວິດ-19 ອັສຕຼາຊີນິກາ ມີຜົນໄດ້ກ່ວາຄວາມສ່ຽງຕ່າງໆ. ການພິຈາຣະນາເບິ່ງໂດຍທາງການດັ່ງກ່າວຮູ້ເຫັນວ່າມັນອາດມີສາຍພົວ ພັນກັນຣະຫ່ວາງຢາວັກຊີນ ໂຄວິດ-19 ຍີ່ຫໍ່ ອັສຕຼາຊີນິກາ ກັບເລືອດ ກ້າມໃນຮ່າງກາຍຂອງຄົນເຮົາ ແຕ່ຍັງບໍ່ມີການໂຈະການສັກຢາດັ່ງກ່າວ ໃຫ້ປວງຊົນເທື່ອ. ປະເທດຕ່າງໆທົ່ວ ຢູໂຣບ ບັດນີ້ ກຳລັງຕັດສິນໃຈວ່າຈະເຮັດແນວໃດກ່ຽວ ກັບຢານັ້ນຢູ່.