Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 70:20:12
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ສປປລາວ ຈະໄດ້ຢາວັກຊີນ ໂຄວິດ-19 ຈາກການບໍຣິຈາກຫຼາຍຕື່ມມາກມາຍ

    22/07/2021 Duración: 06min

    ຊົ່ວຣະນະນຶ່ງແລ້ວ ສປປລາວ ໄດຮັບການບໍຣິຈາກຢາວັກຊີນ ໂຄວິດ-19 ຫຼາຍແທ້ໆແລະຍັງຈະໄດ້ອີກມາກມາຍຈາກ ສປຈີນ,ສະຫະຣັດອະເມຣິກາ ແລະຍີ່ປຸ່ນ. ນີ້ເປັນເຊັ່ນນັ້ນກະທັ້ງ ສປປລາວ ມີພົນລະເມືອງປະມານ ຄ7ລ້ານ ປາຍຄົນ ເົ່ທານັ້ນກໍຕາມ.

  • ອອສເຕຼເລັຍສົ່ງການຊ່ວຍເຫຼືອໄປຍັງ ຟີຊີ ເພື່ອແກ້ໄຂບັນຫາ ໂຄວິດ-19

    22/07/2021 Duración: 05min

    ປະເທດ ຟີຊີ ທີ່ເປັນປະເທດບ້ານໃກ້ເຮືອນຄຽງກັນກັບອອສເຕຼເລັຍ ມີບັນຫາໜັກກັບການບຸກຣຸກໂດຍ ໂຖຄວິດ-19. ຄົນໃນ ຟີຊີ ທີ່ເປັນພະຍາດດັ່ງກ່າວທະວີຂຶ້ນໃນແຕ່ຣະມື້ຣະວັນຈົນ ວ່າຄົງບໍ່ຮັບມືກັບສະຖານະການໄດ້ອີກແລ້ວ. ອອສເຕຼເລັຍສົ່ງກາຍຊ່ວຍເຫຼືອ, ຍຸກຢາແລະຄະນະແພດໄປຊ່ວຍ ປະເທດ ຟີຊີ ແລ້ວ.

  • ການຊ່ວຍເຫຼືການເງິນກ່ຽວກັບ ໂຄວິດ-19 ຖຶກຕໍ່ອອກ

    22/07/2021 Duración: 07min

    ໂຄວິດ-19 ອາຣະວາດອອສເຕຼເລັຍທັງຊາດ ສ້າງຄວາມທຸກຍາກ ລ້ຳບາກຍາກແຄນໃສ່ຄົນທັງຫຼາຍແລະເສຖກິດ ບໍ່ວ່ານ້ອຍຫຼືໃຫຍ່ ກໍໄດ້ຮັບຄວາມເສັຍຫາຍຫຼືວາຍວອດຍ້ອນມັນ. ແຕ່ໃນອອສເຕຼເລັຍຣັຖບານຕ່າງໆກໍບໍ່ໄດ້ຫຼົດຣະໃນການສົງເຄາະ ບຸກຄົນສ່ວນໂຕຫຼືບໍຣະສັດຕ່າງໆທັງຫຼາຍ. ບັດນີ້ຣັຖບານນັ້ນຕໍ່ຍາວອອກການຊ່ວຍເຫຼືອການເງິນສຳຮັບ ຄົນທົ່ວໄປແລະທຸຣະກິດຂັ້ນນ້ອຍແລະກາງ.

  • ຂ່າວສຳຮັບຣະຍະ 19-7-21

    22/07/2021 Duración: 14min

    ຂ່າວຄາວທີ່ເຫັນວ່າເປັນທີ່ຄວນຮູ້ສຳຮັບຣະຍະ 19-7-21ມີຫຍັງແດ່?

  • ອົງການສາທາຣະນະສຸກໂລກເຕືອນວ່າ ແດນຕາ ຕິດແປດກັນໄດ້ໄວທີ່ສຸດ

    22/07/2021 Duración: 07min

    ໃນໂລກນີ້ມີນາໆສາຍພັນ ໂຄວິດ-19. ແນວໃດດຸຮ້າຍທີ່ສຸດ? ສະຫະພາບຢູໂຣບເວົ້າວ່າບໍ່ມີຊ່ອງຫວ່າງແນວໃດທີ່ມີຄວາມໜັນໃຈໄດ້ ກ່ຽວກັບພະຍາດດັ່ງກ່າວ ແຕ່ຄົນເດີນທາງທົ່ວທະວິບຢູໂຣບຍັງເດີນທາງ ໄປມາກັນຢູ່ ອັນເປັນເຫດໃຫ້ ໂຄວິດ-19 ແຜ່ຣະບາດໄດ້ຢູ່. ອົງການສາທາຣະນະສຸກໂລກບອກເຕືອນກ່ຽວກັບວ່າຄົນທີ່ບໍ່ຖຶກສັກຢາ ວັກຊີນ ໂຄວິດ-19 ໃຫ້ເທື່ອເປັນຈຸທີ່ມີຄວາມສ່ຽງມາກມາຍທີ່ຈະເຈັບ ປ່ວຍຢ່າງຮ້າຍແຮງ. ຄຳບອກເຕືອນນີ້ສ້າງຄວາມບໍ່ສອດຄ່ອງກັນຂຶ້ນຣະຫວ່າງຣັຖບານຕ່າງໆ ແລະຄົນທີ່ບໍ່ຖຶກສັກຢາວັກຊີນ ໂຄວິດ919 ໃຫ້ເທື່ອ.

  • ຂ່າວສຳຮັບຣະຍະ 17-7-21

    21/07/2021 Duración: 12min

    ຂ່າວຄາວສຳຮັບຣະຍະ 17-7-21 ມີຫຍັງແດ່ເປັນທີ່ສົນໃຈ?

  • ຊຸມຊົນລາວ ນີວຊາວແວນລ໌ຢູ່ກັນແນວໃດກັນ ລ໋ອກດາວ?

    21/07/2021 Duración: 11min

    ຂົງແຄ້ວນ ຊິດນີ ຣັດ ນີວຊາວແວນລ໌ ໃນອອສເຕຼເລັຍຖຶກ ລ໋ອກດາວໄວ້ມາຊົ່ວຣະຍະ ນຶ່ງແລ້ວ ແລະແທນທີນັ້ນຈະຖຶກຍຸຕິົລງພາຍຫຼັງວັນເວລາທີ່ບົ່ງໄວ້ ສຳຜັດຕໍ່ມັນດົນນານ ອອກຕື່ມ ຍ້ອນ ໂຄວິດ-19 ສາຍັພນໃໜ່ ແດນຕາ ຍັງບຸກແຫຼກຢູ່ຢ່າງບໍ່ຫຼົດຣະແລະບໍ່ ໄວ້ໜ້າໃຜ. ຂົງແຄ້ວນຊິດນີມີຄົນລາວດຳລົງຊີວິດຢູ່ຢ່າງມາກມາຍມາແຕ່ວັນທີ 19-3-76. ໃນອອສເຕຼເລັຍຄົງບໍ່ມີໃຜບໍ່ຖຶກແຕະຕ້ອງຍ້ອນ ໂຄວິດ-19 ແລະກົດເກນການ ຕ້ອງຫ້າມຕາງໆ ດັ່ງລ໋ອກດາວຂອງປັດຈຸບັນນີ້ທີ່ຖຶກບັນຍັດໃນຂົງແຄ້ວນຊິດນີ, ບາງຊົນນະບົດນີວຊາວແວນລ໌, ຣັດວິກຕໍເຣັຍແລະຣັດເຊົາອອສເຕຼເລັຍ. ຣັດທັສມາເນັຍ, ຄີວນສ໌ແລນດ໌ແລະແວດສ໌ເຕີນອອສເຕຼເລັຍກໍມີການຕ້ອງຫ້າມ ກ່ຽວກັບພະຍາດດັ່ງກ່າວດ້ວຍ. ແຕ່ຊຸມຊົນລາວເຮົາໃນຂົງແຄ້ວນຊິດນີແລະຊົນນະບົດນີວຊາວແວນລ໌ເປັນແນວໃດ ແລະຢູ່ກັນແນວໃດໃນລ໋ອກດາວໃນຣັດນີວຊາວແວນລ໌? ການສຳພາດຕ່າງໆໃນນີ້ຄົງໃຫ້ວີ້ແວວບາງຢ່າງກ່ຽວກັບຄຳສອບຖາມນັ້ນ!

  • ອັບເດດກ່ຽວກັບ ໂຄວິດ-19 ຮວດ 21-7-21

    21/07/2021 Duración: 06min

    ໃນອອສເຕຼເລັຍ ໂຄວິດ-19 ຍັງດີ້ດ້ານພະຍາມບຸກຣຸກຄົນທັງຫຼາຍຕລອດມາຢູ່. ທຸກຣັດວອນວົນຕາມໆກັນຍ້ອນ ໂຄວິດ-19 ສາຍພັນໃໜ່ ແດນຕາ. ຂໍເຊີນທ່ານຮັບຟັງອັບເດດ ໂຄວິດ-19 ຮວດວັນທີ 21-7-21 ໃນຕໍ່ໄປນີ້.

  • ລ໋ອກດາວ ຫວ່າງນຶ່ງກ່ອນນີ້

    21/07/2021 Duración: 03min

    ລ໋ອກດາວວິກຕໍເຣັຍແລະນີວຊາວແວນລ໌ເປັນກິການທີ່ມີຊີວິດຊີວາແລະ ພະຍາຍາມສະກັດກັ້ນແລະປາບປາມ ໂຄວິດ-19 ໃຫ້ທັນການແລະໃຫ້ໄດ້. ແຕ່ທາ່ນຊາບແລ້ວອັນໃດແດ່?

  • ອັບເດດກ່ຽວກັບ ໂຄວິດ-19 ໃນ ວິກຕໍເລັຍແລະອອສເຕຼເລັຍ

    16/07/2021 Duración: 04min

    ທ່ານຊາບທັນການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍຫຼືບໍ່?ຄັນຊາບ ແມ່ນູູ້ເຖິງປານໃດ? ຂໍ້ມູນແລະກົດເກນກ່ຽວກັບພະຍາດດັ່ງກ່າວແລະຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍມີມາກມານທັງມັນກໍປ່ຽນແປງໄປນຳຢູ່ເລື້ອຍໆດ້ວຍ.

  • ການປັບໃຫ້ທັນການກ່ຽວກັບ ໂຄວິດ-19

    16/07/2021 Duración: 06min

    ຂໍ້ມູນກ່ຽວກັບ ໂຄວິດ-19 ຜັນປ່ຽນໄປຢູ່ຕລອດແທບເຖິງຂັ້ນຕິດຕາມ ມອງເບິ່ງອາດຈະບໍ່ທັນຍ້ອນ. ກ່ຽວກັບຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍແລະການທີ່ຄົນຖຶກສັກ ຢ່າດັ່ງກ່າວໃຫ້ມີຫຍັງແດ່ ເປັນແນວໃດ ແລະຖຶກບັນແບບໃດກັນ?

  • ຣັດວິກຕໍເຣັຍ ລ໋ອກດາວ ໃໜ່

    16/07/2021 Duración: 02min

    ຍ້ອນ ໂຄວິດ-19 ສາຍພັນ ແດນຕາ ທີ່ລາມມາຮອດຣັດວິກຕໍເລັຍ ຈາກຂົງແຄ້ວນຊິດນີຣັດນີວຊາວແວນລ໌ ບັດນີ້ ທັງໜົດຂອງຣັດວິກ ຕໍເລັຍຖຶກ ລ໋ອກດາວ ໄວ້ແລ້ວ ຈົນຮອດວັນທີ 20 ກໍຣະກະດາ 2021.

  • ຄົນລາວໃນຣັດນີວຊາວແວນລ໌ເປັນແນວໃດກັບ ໂຄວິດ-19?

    15/07/2021 Duración: 16min

    ຣັດນີວຊາວແວນລ໌ຂອງອອສເຕຼເລັຍມີຄົນລາວດຳລົງຊີວິດມາກມາຍ ກ່ວາຣັດອື່ນໃດ ໂດຍສະເພາະແມ່ນຢູ່ໃນຂົງແຄ້ວນຂອງຊິດນີ. ໃນເວລານີ້ຊິດນີກຳລັງຖຶກບຸກໜຸກໂດຍ ໂຄວິດ-19 ສາຍພັນໃໜ່ ແດນຕາ. ນອກນັ້ນບ່ອນທີ່ຊິດນີມີຄົນລາວຫຼາຍ ຄື ເຂດການປົກຂອງຂອງເມືອງ ແຟຟຽນ ທີ່ເປັນເຂດທີ່ທາງການນີວຊາວແວນລ໌ປະກາດວ່າເປັນເຂດ ຮ້ອນວົນອັນຕະຣາຍຫຼາຍຍ້ອນມີ ແດນຕາ ແຜ່ຣະບາດຢ່າງວອງໄວຫຼາຍ. ໃນສະພາບແບບັ້ນ ການສພຳາດທ່ານ ເດດ ສີແສງຣັດ ປະທານ ປະຊສຳພັນຂອງ ສສຊລາວ ບອກໃຫ້ຮູ້ວ່າ :

  • ການຄ້າ ໄທຍ໌-ລາວ-ຈີນ ຟື້ນໂຕດີຂຶ້ນ

    15/07/2021 Duración: 08min

    ທຸຣະກິດການຄ້າຣະຫວ່າງສາມປະເທດບ້ານໃກ້ເຮືອນຄຽງກັນ ໄທຍ໌-ສປປລວ-ຈີນ ມີຄວາມເຄືອງຜຶດຕໍ່ແຕມີໂຄວິດອອກ ມາຈາກ ວູຮານ ໃນ ສປຈີນ. ນັ້ນແມ່ນຍ້ອນກົດເກນການຕ້ອງກ່ຽວກັບການໄປມາຫາສູ່ກັນ ຣະຫວ່າງສາມປະເທດນັ້ນ. ໃນຫວ່າງບໍ່ນານແລ້ວນີ້ກົດເກອກ່ຽວກັບ ໂຄວິດ-19 ທື່ຖຶກບັນ ຍັດໃສ່ຂົງເຂດດັ່ງກ່າວຖຶກມາຍອອກແດ່ ອັນເປັນເຫດຜົນອັນນຶ່ງ ທີ່ການນັ້ນດີແດ່ແລ້ວ.

  • ຈີນຈະສ້າງທາງດ່ວນ ຫ້ວຍຊາບບໍເຕັນ

    15/07/2021 Duración: 04min

    ຈີນຈະສ້າງທາງດ່ວນຕໍ່ເມືອງບໍ່ແກ້ວຫວຍຊາຍໃສເມືອງໂບເຕັນ ໃນແຂວຫຼວງນ້ຳທາ. ນີ້ຈະເປັນຄູ່ກັນໄປກັບເສັ້ນທາງເກົ່າທີ່ຕໍ່ບໍ່ແກ້ວຫ້ວຍໃສ່ຫຼວງນ້ຳທາ ທີ່ຝຣັງສ້າງໄວ້ໃນອະດິດແລ້ວຖຶກປັບປຸງຂຶ້ນໃໜ່ໃນສະໃໜ 80.

  • ເຂື່ອນ້ຳເທີນ 1 ເກືອບຈະສ້າງສຳເຮັດແລ້ວ

    15/07/2021 Duración: 04min

    ໂຄງການເຂື່ອນໄຟຟ້ານ້ຳຕົກແຮງສູງນ້ຳເທີນນຶ່ງເກືອບຈະຖຶກ ກໍສ້າງສຳເຣັດແລ້ວ ຄືຍັງພຽງແຕ່ປະມານ 10% ກໍຈະແລ້ວໆ. ກະແສໄຟສ່ວນໃຫຍ່ຈາກເຂື່ອນັ້ນຈະຖຶກສົ່ງໄປໄທຍ໌.

  • ຈຳນວນຄົນໃນຂົງແຄ້ວນຊິດນີທີ່ເປັນ ໂຄວິ-19 ປູດທະວີຂຶ້ນ

    15/07/2021 Duración: 06min

    ທຸກຮຣັດໃນອອສເຕຼເລັຍມີຄົນເປັນ ໂຄວິດ-19 ແລະ ໂຄວິດ-19 ສາຍພັນໃໜ່ ແດນຕາ ມາຮອດອອສເຕຼເລັຍແລ້ວ. ໃນເວລານີ້ ປາກົດວ່າມັນອາຣະວາດຂົງແຄ້ວນຊິດນີຢູ່ ທີ່ໃນແຕ່ຣະ ມື້ຣະວັນຈຳຈວນຄົນເປັນມັນນັ້ນທະວີຂຶ້ນມາກມາຍແທ້ໆ

  • ນາຍົກອອສເຕຼເລັຍຮຽກຮ້ອງໃຫ້ຄົນໄປໃຫ້ສັກຢາວັກຊີນ ໂຄວິກ-19 ກ່ອນນເວລາ

    15/07/2021 Duración: 04min

    ການສັກຢາວັກຊີນ ໂຄວິດ-19 ຕາມປົກກະຕິສັກກັນສອງເຂັມ. ຣະຍະເວລາສັກຣະຫວ່າງເຂັມທີນຶ່ງແລະສອງນັ້ນແມ່ນບໍ່ຄືກັນ. ສຳຮັບບາງຢາ ຕ້ອງສັກຫ່າງກັນ 14 ມື້ ແຕ່ບາງແນວແມ່ນ 8 ສັບປະດາ. ແຕ່ ບັດນີ້ ນາຍົກຣັຖມົນຕີແລະທາງການອອສເຕຼເລັຍຮຽກຮຽກ ຮ້ອງໃຫ້ຄົນໄປສັກກ່ອນເວລາສຳຮັບບາງຍີ່ຫໍ້ຢາ. ດ້ວຍເຫດໃດ?

  • ນັກກີລາໂອແລມປິກຄົນນຶ່ງຂອງອອສເຕຼເລັຍສເລີມສລອງວັນຄົບຮອບອາຍຸ 100 ປີຂອງທ່ານ

    15/07/2021 Duración: 06min

    ທ່ານ ແຟຼງກ໌ ປຼີໂຮດາ ເປັນນັກກິລາໂອແລມປິກທີ່ອາວຸໂສທີ່ສຸດ ຂອງປະເທດອອສເຕຼເລັຍ. ທ່ານສເລີມສລອງວັນເກີດຄົບຮອບຮ້ອຍປີຂອງທ່ານໃນວັນທີ 8 ກໍຣະກະດາ 2021 ແລ້ວນີ້. ທ່ານສເລີມສລອງວັນເກີດນັ້ນກັບຍາດຕິພີ່ນ້ອງຜູ້ໃກ້ສິດຂອງ ທ່ານຢູ່ນະທີເຮືອນຂອງທ່ານທີເມືອງ ແທຼດໂບ ທີ່ເປັນບ່ອນຫຼິນ ສະກີ່ແຫ່ງນຶ່ງຂອງອອສເຕຼເລັຍ.

  • ການຂີ້ຂະໂມຍຄ່າແຮງງານທະວິຂຶ້ນ

    15/07/2021 Duración: 08min

    ການຖ່າຍທອດການຜິດຖຽງກັນຢ່າງແຮງຢູ່ໃນຮ້ານນ້ຳຊາໃນກຸງອາດີເລດ ກ່ຽວກັບທີ່ວ່າມີການຂີ້ລັກຂີ້ຂະໂມຍຄ່າແຮງງານ ເຮັດໃຫ້ມີການຮຽກຮ້ອງ ຕ້ອງການໃຫ້ປົກປ້ອງຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍຢ່າງຖາວອນຈາກ ການຂີ້ລັກຄ່າແຮງງານ. ນັກຮຽນນັກສຶກສາຈາກ ສປຈີນ ຫຼາຍຄົນຢາກໃຫ້ມີການປ່ຽນແປງກ່ຽວ ກັບຮີດຂອງການຈ້າງແຮງງານ.

página 23 de 28