Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 71:04:32
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ອຸດສະຫະກັມໃໝ່ ທີ່ກໍາລັງເຕີບໂຕໃນຈີນ.

    03/12/2024 Duración: 06min

    ຣັຖບານຈີນ ກຳລັງສົ່ງເສີມອຸດສາຫະກັມ ການບິນລະດັບຕ່ຳ (Low-altitude Aviation) ຊຶ່ງໄດ້ມີການເປີດສະແດງທີ່ການສະແດງການບິນທີ່ Airshow China ໃນເມືອງ Zhu hai. ຫຼາຍຄົນກໍວ່າ ດີ ແຕ່ກໍມີບາງຄົນທີ່ກ່າວວ່າ ລາຄາແລະຄ່າໃຊ້ຈ່າຍຈະເປັນໂຕບົ່ງຊີ້ ສັກກະຍະພາບ(Potential) ຂອງ ອຸດສາຫະກັມນີ້.

  • ຄະດີສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ.

    28/11/2024 Duración: 06min

    ຄະດີທີ່ຮ້າຍແຮງທີ່ສຸດ ສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ.ອັຍການກ່າວວ່າ ການຕັດສິນໃຈນັ້ນ ບໍ່ໄດ້ເກີດຂຶ້ນຕາມເຫດຜົນ...ແຕ່ເປັນເພາະ Trump ຈະກັບຄືນໄປ White House ໃນປີໜ້າ. ເຖິງແມ່ນວ່າ ມີໂອກາດນ້ອຍ ທີ່ຄະດີຈະກັບມາອີກ ຫລັງຈາກ Trump ໄດ້ຮັບຕໍາແຫນ່ງ ເປັນເທື່ອທີສອງ, ແຕ່ຜູ້ຊ່ຽວຊານກ່າວວ່າ ມັນບໍ່ໜ້າເປັນໄປໄດ້.

  • ຄຳເຕືອນກ່ຽວກັບການຊື້ສິນຄ້າທາງ ອອນລາຍ

    27/11/2024 Duración: 09min

    ຜູ້ຊ່ຽວຊານ ເລື່ອງການຂາຍທາງອອນລາຍ (Online sales) ໄດ້ເຕືອນຜູ້ບໍຣິໂພກ ໃຫ້ລະວັງຕໍ່ການສໍ້ໂກງ ໃນຂນະທີ່ພວກເຂົາໄປຊື້ເຄື່ອງ ທາງອິນເຕີເນັດ ໂດຍສະເພາະໃນຊ່ວງເທດສະການຫຼຸດລາຄາ ຂອງ Black Friday ແລະ Christmas. ດ້ວຍການສໍ້ໂກງທີ່ຊັບຊ້ອນ ແລະຍາກຕໍ່ການແຍກແຍະຫຼາຍຂຶ້ນ ຜູ້ຊ່ຽວຊານ ຈຶ່ງໃຫ້ຄໍາແນະນໍາທີ່ເປັນປໂຍດ ກ່ຽວກັບສິ່ງທີ່ຕ້ອງລະວັງ ແລະວິທີກຽມຕົວ.

  • ການຕາຍຜູ້ທີສອງຂອງຊາວອອສເຕຣເລັຍໃນລາວ

    26/11/2024 Duración: 06min

    ພໍ່ຂອງຜູ້ຍິງທີ່ຕາຍໃນປະເທດລາວ ດ້ວຍຄວາມສົງສັຍວ່າຖືກສານພິດໃນເຫຼົ້າ ທີ່ວັງວຽງ ໄດ້ຊຸກຍູ້ໃຫ້ຣັຖບານລາວສອບສວນໃຫ້ເຖິງທີ່ສຸດ ເພື່ຶວ່າມັນຈະບໍ່ເກີດຂຶ້ນອີກໃນອະນາຄົດ. ແມ່ນແຕ່ນາຍົກຣັຖມົນຕີ Victoria ກໍໄດ້ກ່າວກ່ຽວກັບເຫດການທີ່ໂສກເສົ້າຄືກັນ. ຣັຖບານລາວ ໄດ້ກ່າວເຖິງເຫດການທີ່ເກີດຂຶ້ນໃນວັນເສົາ, ໂດຍທີ່ຕໍາຫລວດທ້ອງຖິ່ນກ່າວວ່າ ຫລາຍຄົນໄດ້ຖືກຄຸມໂຕ, ແຕ່ຍັງບໍ່ມີການຕັ້ງຂໍ້ກ່າວຫາ.

  • ຄົນອອສເຕຣເລັຍ ຖືກພິດເຫຼົ້າຮ້າຍແຮງໃນລາວ

    21/11/2024 Duración: 08min

    ນັກທ່ອງທ່ຽວຊາວອອສເຕຣເລັຍ ສອງຄົນ ຈາກ Melbourne ມີອາການບໍ່ສະບາຍຢ່າງໜັກ ຫລັງຈາກໄດ້ດື່ມ ສິ່ງທີ່ເຊື່ອວ່າ ເປັນເຫຼົ້າປະສົມ (Cocktail) ທີ່ເປັນພິດໃນປະເທດລາວ. ທັງສອງຕ້ອງໃຊ້ເຄື່ອງຊ່ວຍຊີວິດ ຢູ່ຄົນລະໂຮງຫມໍທີ່ປະເທດໄທ. ຂ່າວຫຼ້າສຸດ, ໜຶ່ງໃນສອງຄົນນັ້ນ ໄດ້ເສັຍຊີວິດແລ້ວໃນວັນພະຫັດ 20 ພິຈິກ ໃນໂຮງໝໍ ທີ່ປະເທດໄທ.

  • ອະນາຄົດຂອງການໃຊ້ເງິນສົດໃນການຊື້ຂາຍ

    20/11/2024 Duración: 10min

    ເຖິງແມານວ່າການຊຳລະ ເງິນແບບ Digital ບໍ່ວ່າຈະເປັນການຈ່າຍເງິນດ້ວຍໂທຣະສັບມືຖື ຫລືບັດ Credit ຈະເປັນເລື້ອງປົກກະຕິ. ແຕ່ສຳລັບຊາວອອສເຕຣເລັຍໃນພູມີພາກ ແລະຜູ້ສູງອາຍຸດ ການຊຳລະດ້ວຍເງິນສົດຍັງຄົງປະຕິບັດຢູ່ຢ່າງກວ້າງຂວາງ. ຣັຖບານກຳລັງຫາວິທີທີ່ຈະເຮັດໃຫ້ເງິນສົດໝູນວຽນໃນລະບົບການຄ້າຂາຍ ໂດຍການອອກຂໍ້ບັງຄັບໃຫ້ຮ້ານຄ້າສິນຄ້າຈຳເປັນ ໃຫ້ຮັບເງິນສົດ.

  • ວັກຊີນປ້ອງກັນໂຣກທາງເດີນຫາຍໃຈຟຣີ

    20/11/2024 Duración: 06min

    RSV ຍັງເປັນສາເຫດສໍາຄັນ ຂອງການເຂົ້າໂຮງຫມໍ ສໍາລັບເດັກນ້ອຍ ໃນອອສເຕຣເລັຍ. ມັນເປັນໄວຣັສທົ່ວໄປ ທີ່ຕາມປົກກະຕິແລ້ວ ມີອາການບໍ່ຮຸນແຮງ,ອາການຈະຄ້າຍຄືກັນກັບ ໄຂ້ຫວັດ ແລະ COVID-19, ແລະເດັກນ້ອຍສ່ວນຫລາຍ ຈະຕິດເຊື້ອ RSV ກ່ອນເຂົາຈະມີອາຍຸຮອດສອງປີ.ຕອນນີ້ ຣັຖບານ ວາງແຜນທີ່ຈະລົງທຶນ ຫຼາຍກວ່າ 174 ລ້ານໂດລາ ໃນໄລຍະສີ່ປີເພື່ອຊ່ວຍຕໍ່ສູ້ ກັບໄວຣັສ. ວັກຊີນຟຣີ ຈະມີໃຫ້ແກ່ເດັກນ້ອຍ ແລະຜູ້ຍິງທີ່ຖືພາ ໃນໄລຍະສາມເດືອນສຸດທ້າຍ ຂອງການຖືພາ ຈາກປີຫນ້າ.

  • What happens when you are summoned for Jury Duty? - ຈະເກີດຫຍັງຂຶ້ນ ເມື່ອທ່ານຖືກເອີ້ນໃຫ້ເຮັດຫນ້າທີ່ຄນະລູກຂຸນ (Jury)?

    20/11/2024 Duración: 12min

    Every Australian citizen who is on the electoral roll can be called up for jury service. But what is involved if you get called to be a juror? And what is the role of a jury? - ພົນລະເມືອງຂອງອອສເຕຣເລັຍທຸກຄົນທີ່ຢູ່ໃນລາຍຊື່ຂອງການເລືອກຕັ້ງສາມາດຖືກເອີ້ນໃຫ້ໄປຮັບໜ້າທີ່ໃນຄນະລູກຂຸນ (Jury). ແຕ່ຈະກ່ຽວຂ້ອງກັບຫຍັງແນ່ຖ້າຫາກທ່ານຖືກເອີ້ນໃຫ້ເປັນລູກຂຸນ (Juror) ?ແລະບົດບາດຂອງຄນະລູກຂຸນ (Jury) ແມ່ນຫຍັງ?

  • ການຫຼອກລວງເລື່ອງຍ້າຍຖິ່ນຖານ

    20/11/2024 Duración: 13min

    ມີຄົນຂໍລີ້ພັຍຫຼາຍຄົນທີ່ຖືກ ບໍຣິສັດທີ່ປຶກສາ ເລື່ອງການຍ້າຍຖິ່ນຖານຫຼອກຕົ້ມ. ມັນບໍ່ພຽງແຕ່ການເສັຍເງິນເທົ່ານັ້ນ ແຕ່ມັນມີຜົນກະທົບຕໍ່ ຄວາມສຳພັນພາຍໃນຄອບຄົວນຳອີກ. ຜູ້ຊ່ຽວຊານກ່າວວ່າ ເນື່ອງຈາກຄວາມຊັບຊ້ອນ ຂອງລະບົບການຍ້າຍຖິ່ນຖານຂອງອອສເຕຣເລັຍຈຶ່ງເຮັດໃຫ້ມີຜູ້ສວຍໂອກາດ ແລະເຕືອນຜູ້ທີ່ຊອກຫາບໍຣິການຍ້າຍຖິ່ນຖານ ໃຫ້ລະວັງຕໍ່ສັນຍານເຕືອນ.

  • ການສັ່ງຫ້າມກ່ຽວກັບສື່ສານມວນຊົນ

    12/11/2024 Duración: 07min

    ຣັຖບານກຳລັງກຽມ ສົ່ງຮ່າງກົດມາຍກ່ຽວກັບການເຂົ້າເຖິງ ສື່ສານມວນຊົນ ຂອງຜູ້ທີ່ມີອາຍຸນ້ອຍກວ່າ 16 ປີ. ຝ່າຍຄ້ານກໍເຫັນດີນຳ ເພາະມັນຈະເປັນການປົກປ້ອງເດັກນ້ອຍອອສເຕຣເລັຍ. ແຕ່ຜູ້ຊ່ຽວຊານກ່າວວ່າ ຖ້າຫາກຕ້ອງການຫຼີຫລ່ຽງຂໍ້ຫ້າມແທ້, ຜູ້ຄົນມີຫຼາຍວິທີທີ່ຈະເຮັດ ຊຶ່ງນາຍົກຣັຖມົນຕີ ຍອມຮັບວ່າ ບໍ່ມີລະບົບທີ່ສົມບູນແບບ. ແຕ່ກ່າວວ່າ ກົດຫມາຍເຫລົ່ານັ້ນ ກໍານົດຂອບເຂດ ສໍາລັບສັງຄົມ ແລະມັນຊ່ອຍໃຫ້ແນ່ໃຈວ່າ ຈະໄດ້ຮັບຜົນຮັບທີ່ຖືກຕ້ອງ.

  • Understanding vaccination rules for children in Australia - ທຳຄວາມຄວາມເຂົ້າໃຈ ກົດການສັກວັກຊີນພູມຕ້ານທານ ສໍາລັບເດັກນ້ອຍ ຂອງອອສເຕຣເລັຍ

    12/11/2024 Duración: 11min

    Did you know that one in five children is at risk of dying from a disease that is now preventable through vaccination? Australia’s vaccination program helps to prevent severe outcomes from many childhood infections. To access family support payments—and in some states, childcare services—your child must be fully immunised according to the national schedule. - ທ່ານຮູ້ບໍ່ວ່າ ເດັກນ້ອຍຫນຶ່ງໃນຫ້າຄົນ ສ່ຽງຕໍ່ການຕາຍ ຈາກໂຣກທີ່ປັດຈຸບັນ ສາມາດປ້ອງກັນໄດ້ ໂດຍການສັກວັກຊີນ? ໂຄງການວັກຊີນຂອງອອສເຕຣເລັຍ ຊ່ວຍປ້ອງກັນຜົນສະທ້ອນທີ່ຮ້າຍແຮງ ຈາກການຕິດເຊື້ອໂຣກ ໃນວັຍເດັກ. ເພື່ອຈະໄດ້ຮັບເງິນບໍາລຸງລ້ຽງຄອບຄົວ-ແລະໃນບາງຣັດ, ການບໍຣິການດູແລເດັກນ້ອຍ-ລູກຂອງທ່ານ ຕ້ອງໄດ້ຮັບການສັກວັກຊີນພູມຕ້ານທານ ຢ່າງຄົບຖ້ວນ ຕາມຕາຕະລາງຂອງປະເທດ.

  • ຜົນສະທ້ອນຈາກການຕັດສິນຂອງສານສູງ

    12/11/2024 Duración: 07min

    ຫຼັງຈາກການຕັດສິນຂອງສານສູງ ໃຫ້ປ່ອຍໂຕອະດີດຜູ້ຕ້ອງຂັງ ກວດຄົນເຂົ້າເມືອງ (Immigration detainees) ຊຶ່ງຫຼາຍຄົນກໍມີຄະດີອາດຊະຍາກັມຕິດໂຕ. ຝ່າຍຄ້ານໄດ້ສະແດງຄວາມເປັນຫ່ວງຕໍ່ຄວາມປອດພັຍຂອງຊຸມຊົນ... ແຕ່ທະນາຍຄວາມຂອງຜູ້ຕ້ອງຂັງ ກ່າວວ່າ ຣັຖບານຕ້ອງດຳເນີນການຍົກເລີກຂໍ້ກຳໜົດຕ່າງທີ່ມີຕໍ່ພວກເຂົາ ທັນທີ.

  • ຄວາມໝັ້ນຄົງພາຍໃນ ແລະຂໍ້ຂັດແຍ່ງໃນຕາເວັນອອກກາງ

    06/11/2024 Duración: 06min

    ໃນການປະເມີນຂອງອົງການຂ່າວລັບ ເພື່ອຄວາມໝັ້ນຄົງ ຂອງອອສເຕຣເລັຍ (the Australian Security Intelligence Organisation-ASIO), ຫນຶ່ງສ່ວນສາມ ຂອງເຫດການ ກ່ຽວພັນກັບຄວາມຮຸນແຮງ ທີ່ມີແຮງກະຕຸ້ນທາງສາສນາ. ເຫດການສ່ວນຫລາຍ ຖືກກ່າວຫາວ່າ ຖືກກະຕຸ້ນໂດຍອຸດົມການຊາດນິຍົມ (Nationalist) ແລະອຸດົມການດ້ານເຊື້ອຊາດ (Racist Ideologies) ຫລືອຸດົມການທີ່ປະສົມທັງສອງຢ່າງ. ສິ່ງສໍາຄັນ, ເພາະເລື່ອງນີ້ມັກຈະເຂົ້າໃຈຜິດ, ບໍ່ມີການໂຈມຕີ ຫລືແຜນການໃດ ທີ່ໄດ້ຮັບການດົນໃຈໂດຍກົງ ຈາກການຂັດແຍ້ງ ໃນຕາເວັນອອກກາງ.

  • ສູນຊ່ອຍເຫລືອຜູ້ຍິງອົບພະຍົບ ຈາກຄວາມຮຸນແຮງໃນຄອບຄົວ.

    06/11/2024 Duración: 09min

    ສູນກາງ ຄວາມກ້າວຫນ້າຂອງສຕຣີ (The Centre of Advancing Women) ໃນ Victoria ໃຫ້ການສນັບສນູນ ຢ່າງຮອບດ້ານ ສໍາລັບຜູ້ຍິງຈາກພື້ນຖານຜູ້ອົບພະຍົບ ທີ່ກໍາລັງປະສົບກັບຄວາມຮຸນແຮງ ໃນຄອບຄົວ. ນອກຈາກການຊ່ອຍເຫຼືອແລ້ວ, ທາງສູນຍັງມີ ຫຼັກສູດຕ່າງໆ ທີ່ຈະຊ່ອຍໃຫ້ ຜູ້ຂໍຄວາມຊ່ອຍເຫຼືອ ໄດ້ມີໂອກາດໃນການເຮັດວຽກເພື່ອ ພວກເຂົາຈະສາມາດ ຮັບຜິດຊອບຕໍ່ຊີວິດຂອງເຂົາເອງ.

  • ອະນາຄົດຂອງຫ້ອງສມຸດ.

    06/11/2024 Duración: 12min

    ຫ້ອງສມຸດຍຸກ Digital ບໍ່ຄືກັບຫ້ອງສມຸດສມັຍເກົ່າ. ດຽວນີ້ ປຶ້ມເປັນຫົວທີ່ສຳຜັດໄດ້ຈະມີໜ້ອຍລົງ ໃນຂນະທີ່ eBooks ແລະ Audiobooks ຈະໄດ້ຮັບຄວາມນິຍົມຫຼາຍກວ່າ... ແຕ່ພໍ່ແມ່ຫຼາຍຄົນຍັງເວົ້າວ່າ ການຈະສອນໃຫ້ເດັກນ້ອຍອ່ານນັ້ນ, ການໃຊ້ປຶມເປັນຫົວທີ່ຈັບຕ້ອງໄດ້ ຈະມີ ປະສິດທິຜົນຫຼາຍກວ່າ.

  • ວິທີໃໝ່ໃນການປິ່ນປົວບາດແຜຈາກໄຟໄຫມ້.

    31/10/2024 Duración: 04min

    ນັກຄົ້ນຄວ້າຢູ່ໂຮງຫມໍ Alfred Hospital ໃນ Melbourne ກ່າວວ່າ ໂດຍການເອົາຕົວຢ່າງນ້ອຍໆ ຂອງຜິວຫນັງທີ່ບໍ່ໄດ້ຮັບຄວາມເສັຍຫາຍ ແລະຈຸລັງ (Cells) ເຫລົ່ານັ້ນມາປູກໃນຫ້ອງຟັກ (Incubator), ແລ້ວຈຸລັງເຫລົ່ານັ້ນ ຈະຖືກເອົາໄປໃສ່ໃນແຜ່ນ Hydrogel ແລະຕໍ່ໃສ່ຜິວຫນັງ. ແຕ່ມັນຍັງຂາດ Melanocytes ດັ່ງນັ້ນຈຶ່ງບໍ່ມີເມັດສີ (Pigmentation) ໃນເວລານີ້ ແລະຍັງບໍ່ມີຕ່ອມເຫື່ອ ແລະຮູຂົນນໍາອີກ. ທີ່ສຳຄັນແມ່ນຕ້ອງມີການຄົ້ນຄວ້າຕື່ມອີກ.

  • ສຸຂະພາບລະບົບສືບພັນ ແລະລະບົບທາງເດີນປັດສາວະ ຂອງຜູ້ຊາຍ

    30/10/2024 Duración: 08min

    ການຄົ້ນຄວ້າໂດຍ YouGov ຂອງ Boston Scientific ພົບວ່າຜູ້ຊາຍສ່ວນຫລາຍ ຈະບໍ່ຮູ້ເຖິງຄວາມຮ້າຍແຮງ ຂອງສະພາບການ ທາງສຸຂະພາບທົ່ວໄປ. ບັນຫາ ຮວມເຖິງການເພີ່ມຂຶ້ນ ຂອງຄວາມຖີ່ຂອງການປັດສາວະ (ຖ່າຍເບົາ ຫຼື ຍ່ຽວ), ແລະການສ່ຽງຂອງການອັດຕັນ, ກະເພາະຍ່ຽວອັດຕັນ ແລະອາການທີ່ອັນຕະຣາຍຕໍ່ຊີວິດ. ຖ້າບໍ່ໄດ້ຮັບການປິ່ນປົວ, ຕ່ອມລູກໝາກໃຫຍ່ (Enlarged Prostate Gland) ອາດນໍາໄປສູ່ ການຕິດເຊື້ອຂອງທາງເດີນປັດສາວະ, ໜິ້ວຫມາກໄຂ່ຫລັງ ແລະຫມາກໄຂ່ຫລັງພິການ.

  • ການປິດລົງຂອງເຄືອຂ່າຍໂທຣະສັບ 3G.

    29/10/2024 Duración: 07min

    ເຄືອຂ່າຍໂທຣະສັບ 3G ໄດ້ປິດລົງໃນວັນທີ 28 ຕຸລາ. ມັນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງສຳລັບຜູ້ຄົນໃນພູມີພາກ ແລະຊົນນະບົດ. ອອສເຕຣເລັຍ ບໍ່ໄດ້ເປັນພຽງປະເທດດຽວທີ່ປິດ 3G. ໃນສະຫະຣັດອາເມຣິກາ, ບໍຣິການ 2G ແລະ 3G ສ່ວນຫລາຍໄດ້ຖືກຍົກເລີກ ໃນທ້າຍປີ 2022, ໃນຂນະທີ່ປະເທດຈີນ ໄດ້ປິດ 3G ໃນປີທີ່ຜ່ານມາ. Singapore ກໍໄດ້ເລີ້ມປິດເຄືອຂ່າຍ 3G ໃນປີນີ້ຄືກັນ.

  • ຄວາມຮັບຮູ້ກ່ຽວກັບອັນຕະຣາຍຈາກການພະນັນ

    29/10/2024 Duración: 06min

    Gamble Aware Week (21-27 ຕຸລາ) ຖືກຈັດຂຶ້ນທົ່ວປະເທດ-ໂດຍມີຈຸດປະສົງ ທີ່ຈະຍົກລະດັບຄວາມຮັບຮູ້ ເຖິງ ອັນຕະຣາຍທີ່ມາຈາກການພະນັນ ທັງທາງກົງແລະທາງອ້ອມ ແລະ ວິທີ ຜູ້ທີ່ຈະເລືອກຫລິ້ນພະນັນ ສາມາດເຮັດໄດ້ຢ່າງປອດພັຍ ຫລາຍຂຶ້ນກວ່າເກົ່າ.

  • ອັດຕາເງິນເຟີ້ ໃນອອສເຕຣເລັຍ

    29/10/2024 Duración: 08min

    ກອງທຶນການເງິນນາໆຊາດ (The International Monetary Fund) ໄດ້ຄາດການວ່າ ອັດຕາເງິນເຟີ້ ຂອງອອສເຕຣເລັຍ ຈະເພີ່ມຂຶ້ນຈາກ 2.8 ເປີເຊັນເປັນ 3.6 ເປີເຊັນ ໃນທ້າຍປີຕໍ່ໄປ. ເຮັດໃຫ້ປະເທດນີ້ ເປັນປະເທດ ທີ່ມີອັດຕາເງິນເຟີ້ສູງ ເປັນອັນດັບທີສອງ ໃນທ້າຍປີຫນ້າ, ໃນບັນດາອີກ 41 ປະເທດ.

página 7 de 28