Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 71:04:32
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ການເກັບເງິນເພີ່ມ (Surcharges) ໃນການໃຊ້ບັດທະນາຄານ.

    23/10/2024 Duración: 06min

    ເຖິງແມ່ນວ່າການໃຊ້ເງິນຂອງທ່ານເອງໃນການຊື້ສິນຄ້າ ໂດຍການໃຊ້ ບັດເຄຣດິດ (Credit Cards) ແລະບັດເດບິດ (Debit Cards) ແມ່ນແຕ່ກາເຟພຽງຈອກດຽວ, ທາງຮ້ານຈະມີ ການເກັບເງິນເພີ່ມ (Surcharges) ໃນການ ຈ່າຍທະນາຄານໃນການດຳເນີນທຸຣະກິດ. ຣັຖບານກຳລັງພິຈາຣະນາວ່າຈະໃຫ້ຍົກເລີກ ເລື້ອງນີ້ ຊຶ່ງຈະຊ່ອຍໃຫ້ ຊາວອອສເຕຣເລັຍ ສາມາດປະຢັດເງິນໄດ້ ເຖິງຫ້າຮ້ອຍລ້ານໂດລາ ຕໍ່ປີ.

  • ລະດູໄຟໄຫມ້ປ່າໃນອອສເຕຣເລັຍ

    21/10/2024 Duración: 11min

    ເມື່ອເວົ້າເຖິງລະດູໄຟໄຫມ້ປ່າໃນອອສເຕຣເລັຍແລ້ວ ຜູ້ຊ່ຽວຊານບາງຄົນກ່າວວ່າ ປວັດສາດຈະເກີດຊ້ຳອີກ. ສະນັ້ນ, ເຈົ້າຫນ້າທີ່ສຸກເສີນ ກໍາລັງຊຸກຍູ້ຜູ້ຄົນ ໃຫ້ລະມັດລະວັງ ແລະຄອຍລະວັງຄຳເຕືອນສະພາບອາກາດ ແລະພັຍພິບັດໃນທ້ອງຖິ່ນ.

  • First homebuyer’s guide: Getting a home loan in Australia - ຄູ່ມືຜູ້ຊື້ເຮືອນເທື່ອທໍາອິດ: ການກູ້ຢືມເງິນຊື້ເຮືອນໃນອອສເຕຣເລັຍ.

    21/10/2024 Duración: 12min

    For first-time borrowers, the home loan application process can feel overwhelming. Learn the basics around interest rates, the application process and government support you may be eligible for in Australia. - ສໍາລັບຜູ້ຢືມເທື່ອທໍາອິດ, ຂັ້ນຕອນການສມັກກູ້ຢືມເງິນຊື້ເຮືອນອາດຮູ້ສຶກຫຍຸ້ງຍາກ. ຮຽນຮູ້ພື້ນຖານກ່ຽວກັບອັດຕາດອກເບັ້ຍ, ຂັ້ນຕອນການສມັກ ແລະ ການສນັບສນູນຈາກຣັຖບານ ທີ່ທ່ານອາດມີສິດໄດ້ຮັບໃນ ອອສເຕຣເລັຍ.

  • ໂຣກມະເລັງເຕົ້ານົມ ໄລຍະແພ່ລາມ.

    21/10/2024 Duración: 05min

    ໃນອອສເຕຣເລັຍ, ມີ 3,200 ຄົນ ທີ່ຕາຍດ້ວຍໂຣກມະເລັງເຕົ້ານົມ ທຸກໆປີ ແລະເຂົາເຈົ້າທຸກຄົນ ຕາຍດ້ວຍໂຣກມະເລັງເຕົ້ານົມ ໄລຍະແພ່ລາມ. ແລະຫຼາຍຄົນ ຈະຮູ້ສຶກວ່າ ບໍ່ມີຕົວຕົນ. ເຫດຜົນຢ່າງຫນຶ່ງ ກໍຍ້ອນວ່າທະບຽນມະເຮັງ ບໍ່ໄດ້ຮວບຮວມຂໍ້ມູນ ກ່ຽວກັບໄລຍະການເປັນໂຣກນີ້ ແລະການກັບຄືນມາອີກຂອງໂຣກ. Metastatic Breast Cancer Action Australia ແມ່ນກຸ່ມທໍາອິດຂອງປະເທດ ທີ່ສນັບ ສນູນຜູ້ຄົນ ທີ່ອາສັຍຢູ່ກັບການວິນິດສັຍ, ຜູ້ທີ່ສ່ວນຫລາຍ ບໍ່ໄດ້ຮັບບໍຣິການດ້ານໂຣກມະເລັງ.

  • ໂຣກກະດູກ ແລະຜູ້ສູງອາຍຸໃນ ອອສເຕຣເລັຍ.

    17/10/2024 Duración: 06min

    ຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 50 ປີ ໄດ້ຮັບການເຕືອນກ່ຽວກັບໂຣກ ກະດູກຂາດແຮ່ທາດ (Osteopenia) ແລະໂຣກກະດູກຜຸ (Osteoporosis). ລາຍງານພົບວ່າ ຫລາຍກວ່າ ສອງໃນສາມຄົນ ໃນກຸ່ມອາຍຸນັ້ນ ມີສຸຂະພາບກະດູກບໍ່ດີ. ປີກາຍນີ້, ໃນອອສເຕຣເລັຍ, ກະດູກຫັກໄດ້ເກີດຂຶ້ນທຸກໆ 2.7 ນາທີ, ໝາຍເຖິງ ມີການຫັກ ຫລາຍກວ່າ 193,000 ເທື່ອ. ຄ່າໃຊ້ຈ່າຍທັງຫມົດ ຂອງ Osteopenia ແລະ Osteoporosisແມ່ນປະມານ 4.8 ພັນລ້ານໂດລາ, ແລະຄາດວ່າ ຄ່າໃຊ້ຈ່າຍ ຈະເພີ່ມຂຶ້ນເຖິງ 8.3 ພັນລ້ານໂດລາ ໃນປີ 2033.

  • ການປະຊຸມ ASEAN ປະຈໍາປີທີ່ປະເທດລາວ.

    15/10/2024 Duración: 04min

    ລາຍງານການປະຊຸມ ASEAN ປະຈໍາປີທີ່ປະເທດລາວ ໂດຍທີມງານຂ່າວ SBS.

  • ຄວາມຜິດປົກກະຕິຂອງການກິນ.

    15/10/2024 Duración: 08min

    ຄວາມຜິດປົກກະຕິຂອງການກິນ (Eating Disorders) ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ເກີດໂຣກລະບາດ, ໂດຍສື່ສານມວນຊົນ ກໍເປັນປັດຈັຍ ຂອງການເພີ່ມຂຶ້ນ ໃນກຸ່ມຄົນຫນຸ່ມ. ຄວາມຜິດປົກກະຕິຂອງການກິນ ເປັນຄວາມເຈັບປ່ວຍ ທີ່ເຈັບປວດຫລາຍ, ສໍາລັບຜູ້ທີ່ປະສົບກັບມັນ, ແລະສໍາລັບພໍ່ແມ່, ຄອບຄົວ, ຫມູ່ເພື່ອນ ແລະຜົວເມັຍຂອງເຂົາເຈົ້າ.

  • Thinking of installing solar panels? Here's what you need to know - ກຳລັງຄິດທີ່ຈະຕິດຕັ້ງ ແຜງພະລັງແສງຕາເວັນບໍ່? ນີ້ຄື ສິ່ງທີ່ທ່ານຕ້ອງຮູ້.

    15/10/2024 Duración: 08min

    Australia's warm climate offers an abundant supply of solar energy year-round, making solar power an increasingly significant contributor to the nation's electricity supply. Learn what the requirements are for installing solar power systems in your home. - ອາກາດທີ່ອົບອຸ່ນ ຂອງອອສເຕຣເລັຍ ມີພະລັງແສງຕາເວັນ ຢ່າງຫລວງຫລາຍຕລອດປີ, ເຮັດໃຫ້ພະລັງແສງຕາເວັນ ເປັນສ່ວນທີ່ສໍາຄັນຫລາຍຂຶ້ນ ໃນການຈັດຫາໄຟຟ້າ ຂອງປະເທດ. ມາຮຽນຮູ້ວ່າ ມີຂໍ້ກຳ ໜົດຫຍັງແດ່ ສໍາລັບການຕິດຕັ້ງລະບົບພະລັງງານ ແສງຕາເວັນໃນເຮືອນຂອງທ່ານ.

  • ລະດູທີ່ນົກ Magpie ບິນໄລ່ທຳຮ້າຍຜູ້ຄົນ.

    08/10/2024 Duración: 07min

    Magpie ແມ່ນນົກສີດໍາ ແລະຂາວ ທີ່ເຮົາຮູ້ກັນດີວ່າ ແມ່ນນົກພື້ນເມືອງອອສເຕຣເລັຍ. ໂດຍທົ່ວໄປແລ້ວ ເປັນນົກທີ່ຮ້ອງມ່ວນ, ແຕ່ໃນລະດູ ການປະສົມພັນ, ຈະກາຍເປັນຜູ້ປົກປ້ອງຮັງຂອງມັນ ຢ່າງຮ້າຍກາດ, ມັນຈະບິນໄລ່ສັບ ສິ່ງທີ່ມັນເຫັນວ່າເປັນການຂົ່ມຂູ່-ຮວມທັງຄົນ ທີ່ຍ່າງຜ່ານໄປມາ ໂດຍບໍ່ລະວັງໂຕ. ໂດຍທົ່ວໄປແລ້ວ, ມັນມີແຕ່ໂຕຜູ້ ທີ່ເຮັດການໂຈມຕີ ຊຶ່ງກໍແມ່ນໂຕທີ່ປົກປ້ອງລູກຢູ່ໃນຮັງຂອງມັນ.

  • "Shrinkflation" ແມ່ນຫຍັງ?

    08/10/2024 Duración: 05min

    "Shrinkflation" ແມ່ນການປະຕິບັດໂດຍ Supermarkets ທີ່ຫລຸດຂນາດ ຫຼືປະຣິມານຂອງສິນຄ້າລົງ....ແຕ່ລາຄາຍັງຄົງຄືເກົ່າ...ຫລືແມ່ນແຕ່ເພີ່ມຂຶ້ນ.... ເຊິ່ງເປັນການປະຕິບັດທີ່ແພ່ໄປທົ່ວອຸດສະຫະກັມ...ຣັຖບານ ກໍາລັງພະຍາຍາມເພີ່ມຄວາມເຂັ້ມແຂງ ໃຫ້ແກ່ລະບຽບລາຄາຕໍ່ຫນ່ວຍ (Unit Pricing Code) ເຮັດໃຫ້ປ້າຍລາຄາ ແລະບໍຣິມາດເຫັນງ່າຍ, ອ່ານງ່າຍ ແລະປຽບທຽບໄດ້... ພ້ອມທັງມີການລົງໂທດໃຫມ່ ສໍາລັບຕລາດເຫລົ່ານັ້ນ-ໃນການເຮັດສິ່ງທີ່ບໍ່ຖືກຕ້ອງ.

  • ຄວາມເຈັບປວດຊໍາເຮື້ອຂອງເດັກນ້ອຍອອສເຕຣເລັຍ.

    08/10/2024 Duración: 06min

    ຫນຶ່ງໃນຫ້າຄົນ ຂອງເດັກນ້ອຍອອສເຕຣເລັຍ ຕ້ອງທົນທຸກທໍຣະມານຈາກຄວາມເຈັບປວດຊໍາເຮື້ອ ແຕ່ການວິຈັຍໃຫມ່ ສະແດງໃຫ້ເຫັນວ່າ ບັນຫາສ່ວນຫລາຍ ບໍ່ຖືກເອົາໃຈໃສ່, ຊຶ່ງນໍາໄປສູ່ການຊັກຊ້າ ໃນການວິນິສັຍ ແລະການປິ່ນປົວ. ສິ່ງນີ້ ສາມາດກະທົບກະເທືອນ ຕໍ່ການພັດທະນາທາງຮ່າງກາຍ ແລະຈິດໃຈ ຂອງເຂົາເຈົ້າ.

  • ການປ່ຽນແປງສະພາບອາກາດ ແລະການຜລິດເບັຍ.

    08/10/2024 Duración: 08min

    ມີການຄົ້ນຄວ້າຫາ Hops ພັນໃໝ່ທີ່ສາມາດຕ້ານທານການປ່ຽນແປງຂອງສະພາບອາກາດ ແຕ່ຍັງໃຫ້ຣົດຊາດດັ້ງເດີມຂອງເບັຍຢູ່.

  • ການດູແລຜູ້ສູງອາຍຸຢູ່ເຮືອນ.

    03/10/2024 Duración: 10min

    ຜູ້ສູງອາຍຸຊາວອອສເຕຣເລັຍ ຫລາຍກວ່າ 68 ພັນຄົນ ທີ່ລົງຊື່ລໍຖ້າ-ຂາດການດູແລທີ່ສໍາຄັນ ໃນເວລາທີ່ເຂົາເຈົ້າ ຕ້ອງການຫລາຍທີ່ສຸດ. ຜູ້ສູງອາຍຸຊາວອອສເຕຣເລັຍ ໄດ້ຮັບຄໍາສັນຍາວ່າ ຈະໄດ້ຮັບການ ສນັບສນູນ ຫລາຍກວ່າເກົ່າຢູ່ໃນເຮືອນ, ຫລັງຈາກຣັຖບານກາງ ໄດ້ປະກາດ ເຖິງການປະຕິຮູບ ການດູແລຜູ້ສູງອາຍຸ ໃນອາທິດຜ່ານມາ.

  • ການເລືອກປະຕິບັດດ້ານອາຍຸໃນອອສເຕຣເລັຍ

    02/10/2024 Duración: 07min

    ການເລືອກປະຕິບັດດ້ານອາຍຸ (Age Discrimination Commissioner) ຍັງມີໃຫ້ເຫັນຢູ່ທົ່ວໄປໃນອອສເຕຣເລັຍ. ມີການຮຽກຮ້ອງ ໃຫ້ຣັຖບານຈັດຕັ້ງ ວັນຮັບຮູ້ເລື່ອງການຈໍາແນກອາຍຸ (Ageism Awareness Day) ຢ່າງເປັນທາງການ ເພາະພາຍໃນ 20 ປີ, ຈໍານວນປະຊາກອນຜູ້ສູງອາຍຸ ຂອງອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີ ຈະມີປະມານ 9ລ້ານຄົນ, ຫຼືປະມານສອງເທົ່າ ຂອງປະຈຸບັນ.

  • ຄວາມກົດດັນ ເລື່ອງການເຊົ່າເຮືອນ

    02/10/2024 Duración: 09min

    ຊາວອອສເຕຣເລັຍຫລາຍຄົນ ທີ່ໄດ້ຮັບເງິນຊ່ອຍເຫລືອຈາກ Centrelink ໃນຕອນນີ້ ກຳລັງປະເຊີນກັບຄວາມກົດດັນ ເລື່ອງການເຊົ່າເຮືອນ ທີ່ຮ້າຍແຮງ ຫຼືບໍ່ສາມາດຈ່າຍຄ່າເຊົ່າໄດ້ ແມ່ນແຕ່ຜູ້ທີ່ເຮັດວຽກເຕັມເວລາ ແລະໄດ້ຄ່າແຮງຂັ້ນຕ່ຳ ກໍຍັງຈະມີປັນຫາແບບດຽວກັນ. ລາຍງານໃຫມ່ ອະທິບາຍວ່າ ບັນຫານີ້ ສ່ວນຫລາຍຖືກຂັບເຄື່ອນໂດຍ ການເພີ່ມຂຶ້ນຂອງຄ່າເຊົ່າເຮືອນ ແລະການຂັບໄລ່ ທີ່ບໍ່ມີເຫດຜົນ (No-Grounds Evictions) ແລະກໍາລັງຮຽກຮ້ອງ ໃຫ້ມີການປະຕິຮູບຢ່າງຮີບດ່ວນ.

  • Understanding shared housing in Australia - ທຳຄວາມເຂົ້າໃຈ ກ່ຽວກັບເຮືອນທີ່ອາສັຍຮ່ວມກັນ ໃນອອສເຕຣເລັຍ

    02/10/2024 Duración: 09min

    Shared housing is becoming increasingly popular in Australia, as more people look to reduce rental costs. So, what key factors should you consider when searching for shared accommodation, and how can you avoid potential scams? - ເຮືອນທີ່ອາສັຍຮ່ວມກັນ (Shared housing) ກໍາລັງກາຍເປັນທີ່ນິຍົມຫລາຍຂຶ້ນ ໃນອອສເຕຣເລັຍ ເພາະຫລາຍຄົນ ຢາກປະຢັດຄ່າເຊົ່າ.ດັ່ງນັ້ນປັດຈັຍສໍາຄັນອັນໃດ ທີ່ທ່ານຄວນພິຈາຣະນາ ເມື່ອຊອກຫາບ່ອນເຊົ່າ ແລະທ່ານຈະຫຼີກລ່ຽງ ການສໍ້ໂກງ ທີ່ອາດເກີດຂຶ້ນໄດ້ແນວໃດ?

  • Why is dental health care expensive in Australia? - ເປັນຫຍັງ ການດູແລສຸຂະພາບແຂ້ວ ຈຶ່ງມີລາຄາແພງ ໃນອອສເຕຣເລັຍ?

    24/09/2024 Duración: 12min

    Understanding how dental care works in Australia can be crucial for maintaining your health and well-being. Learn how to access dental services, the costs involved, and some essential dental health tips to keep you and your family smile bright. - ການທຳຄວາມເຂົ້າໃຈ ການດູແລສຸຂະພາບແຂ້ວ ໃນອອສເຕຣເລັຍ ສໍາຄັນຕໍ່ການຮັກສາສຸຂະພາບ ແລະຄວາມເປັນຢູ່ທີ່ດີຂອງທ່ານ. ຮຽນຮູ້ວິທີ ເຂົ້າເຖິງການບໍຣິການ ສຸຂະພາບແຂ້ວ, ຄ່າໃຊ້ຈ່າຍ ທີ່ກ່ຽວຂ້ອງແລະຄໍາແນະນໍາ ດ້ານສຸຂະພາບແຂ້ວ ທີ່ຈໍາເປັນບາງຢ່າງ ເພື່ອເຮັດໃຫ້ທ່ານ ແລະຄອບຄົວຂອງທ່ານ ຍິ້ມຢ່າງແຈ່ມໃສ.

  • ການປ່ຽນແແປງໃນການດູແລ ຜູ້ສູງອາຍຸ

    24/09/2024 Duración: 07min

    ການປ່ຽນແປງໃນການດູແລຜູ້ສູງອາຍຸ ໄດ້ເປັນທີ່ເຫັນພ້ອມຈາກພັກຝ່າຍຄ້ານ ຊຶ່ງກ່າວວ່າ ລາຄາທີ່ສູງກວ່ານັ້ນ ແມ່ນກຸ້ມຄ່າ, ແລະເຊື່ອວ່າ ມັນຈະປັບປຸງພາກສ່ວນນີ້. ການປ່ຽນແປງໂດຍພື້ນຖານກໍຄື ຊາວອອສເຕຣເລັຍທີ່ຮັ່ງມີກວ່າ ຈະຈ່າຍຫລາຍຂຶ້ນ ສໍາລັບການດູແລ. ແຕ່ກໍຍັງມີປັນຫາກ່ຽວກັບການຫາພນັກງານທີ່ຈະເຮັດໜ້າທີ່ເຫຼົ່ານີ້ ເຖິງແມ່ນຈະມີການຈັດຫາເງິນຊ່ອຍເຫຼືອເພີ່ມຕື່ມກໍຕາມ.

  • ການຂົ່ມເຫັງທາງຈິດໃຈ ເດັກນ້ອຍ

    24/09/2024 Duración: 08min

    ການຂົ່ມເຫັງທາງຈິດໃຈເດັກນ້ອຍ ໃນອອສເຕຣເລັຍ ເພີ່ມຂຶ້ນຫລາຍກວ່າທີ່ຜ່ານມາ ແຕ່ມີພຽງແຕ່ເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍເທົ່ານັ້ນ ທີ່ຈະລາຍງານກ່ຽວກັບເລື້ອງນີ້. ຜູ້ຊ່ຽວຊານກ່າວວ່າ ຄົນທີ່ເຄີຍປະສົບກັບການຂົ່ມເຫັງທາງຈິດໃຈ ໂດຍສະເພາະ ສ່ວນຫລາຍຈະປະສົບກັບຄວາມຊຶມເສົ້າ, PTSD, ຄວາມວິຕົກກັງວົນ, ທໍາຮ້າຍຕົວເອງ ແລະການໃຊ້ຢາເສບຕິດ ຕລອດຊີວິດ. ນອກນັ້ນ ຜົນກະທົບຂອງ ການຂົ່ມເຫັງທາງຈິດໃຈ ມີຜົນກະທົບ ຄ້າຍຄືກັນກັບ ການເຫັງທາງເພດ.

  • ວິທີໃໝ່ໃນການລະບຸມະເຮັງຜິວຫນັງ

    18/09/2024 Duración: 06min

    ແຜ່ນແປະເຂັມຂນາດນ້ອຍ (Micro-needle Patch) ໄດ້ຖືກພັດທະນາ ເພື່ອຮວບຮວມຈຸລັງ ແລະແພຈຸລັງ ໃນການວິນິດສັຍ ໂຣກມະເຮັງ ທີ່ບໍ່ມີຄວາມເຈັບປວດ, ບໍ່ມີເລືອດ, ບໍ່ມີການຕັດຜິວໜັງ ແລະໃຊ້ເວລາບໍ່ເຖິງນຶ່ງນາທີ. ແຕ່ຕອນນີ້ ຍັງຈະຕ້ອງມີການຄົ້ນຄວ້າເພີ່ມຕື່ມອີກ.

página 8 de 28